ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວັນ​ຟຸກ ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ກິດ​ຈະ​ການ “ສະ​ຫະ​ກອນ​ກັບ​ລຸງ​ໂຮ່”

(VOVWORLD) - ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2020), ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ກີມລຽນ, ສະຫະພັນສະຫະກອນຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນຕາແສງກີມລຽນ, ເມືອງນາມດ່ານ, ແຂວງເງະອານ ໄດ້ຈັດພິທີເປີດສະຫຼອງກິດຈະການ “ສະຫະກອນກັບລຸງໂຮ່”.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວັນ​ຟຸກ ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ກິດ​ຈະ​ການ “ສະ​ຫະ​ກອນ​ກັບ​ລຸງ​ໂຮ່” - ảnh 1 (ພາບ:TTXVN)

    ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ຕັດແຖບຜ້າເປີດສະຫຼອງ ແລະ ຕິດປ້າຍໃຫ້ແກ່ກິດຈະການດັ່ງກ່າວ.

   ກິດຈະການ “ສະຫະກອນກັບລຸງໂຮ່” ໄດ້ເລີ່ມລົງມືກໍ່ສ້າງເມື່ອວັນທີ 30 ສິງຫາປີ 2019 ດ້ວຍຍອດຈຳນວນເງິນລົງທຶນ 8 ຕື້ດົ່ງ ເພື່ອແນໃສ່ອາໄລຫາຄວາມຮູ້ບຸນຄຸນຂອງບັນດາພະນັກງານ, ພະລາກອນ ແລະ ຜູ້ອອກແຮງງານໃນລະບົບສະຫະພັນສະຫະກອນຫວຽດນາມ ຕໍ່ຄຸນງາມຄວາມດີອັນໃຫ່ຍຫຼວງຂອງປະທານໂຮ່ຈີມິນ ການນຳຜູ້ປີຊາສາມາດຂອງພັກ ແລະ ຊາດຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ