ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມພິທີພົບປະກັບແມ່ຫວຽດນາມວິລະຊົນທົ່ວປະເທດ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການພົບປະກັບແມ່ຫວຽດນາມ ວິລະຊົນ 300 ຄົນ ທີ່ຕາງໜ້າໃຫ້ບັນດາແມ່ຫວຽດນາມ ວິລະຊົນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມພິທີພົບປະກັບແມ່ຫວຽດນາມວິລະຊົນທົ່ວປະເທດ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບແມ່ຫວຽດນາມວິລະຊົນທົ່ວປະເທດ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2020), ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການພົບປະກັບແມ່ຫວຽດນາມ ວິລະຊົນ 300 ຄົນ ທີ່ຕາງໜ້າໃຫ້ບັນດາແມ່ຫວຽດນາມ ວິລະຊົນໃນທົ່ວປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ແລະ ປະຊາຊົນ, ນັກຮົບໃນທົ່ວປະເທດທີ່ມີຕໍ່ແມ່ຫວຽດນາມ ວິລະຊົນ, ບັນດາຜູ້ເປັນແມ່ທີ່ມີລູກເສຍສະຫຼະຊີວິດໃນສົງຄາມຄັ້ງຕ່າງໆ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ