ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຮັດວຽກກັບກອງບັນຊາການທະຫານຊາຍແດນ

(VOVWORLD) -ກຳລັງທະຫານຊາຍແດນໄດ້ປະຕິບັດວຽກງານການຕ່າງປະເທດຊາຍແດນເປັນຢ່າງດີ, ປະກອບສ່ວນສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຮັດວຽກກັບກອງບັນຊາການທະຫານຊາຍແດນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: nhandan.com.vn)

ວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກກັບກອງບັນຊາການທະຫານຊາຍແດນ, ອວຍພອນບຸນເຕັດທາງອອນລາຍໃຫ້ພະນັກງານ, ນັກຮົບທະຫານຊາຍແດນເຊື່ອມຕໍ່ປ້ອມປ້ອງກັນຢູ່ບາງບໍລິເວນໃນທົ່ວປະເທດ 11 ບ່ອນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ໃນສະພາບປະສົບກັບຄວາມຫຍຸ້ງຍາກຂອງປະເທດໃນປີ 2020, ກຳລັງທະຫານປ້ອງກັນຊາຍແດນໄດ້ປົກປັກຮັກສາຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືຢູ່ຕາມເສັ້ນຊາຍແດນ. ພ້ອມກັນນັ້ນ, ກຳລັງທະຫານຊາຍແດນໄດ້ປະຕິບັດວຽກງານການຕ່າງປະເທດຊາຍແດນເປັນຢ່າງດີ, ປະກອບສ່ວນສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.

        “ຜົນງານດີເດັ່ນພິເສດຂອງທະຫານຊາຍແດນໃນປີ 2020 ແມ່ນໜ້າທີ່ໜັກໜ່ວງທີ່ສຸດໃນປະຈຸບັນ, ນັ້ນແມ່ນທະຫານຊາຍແດນເປັນໜຶ່ງໃນບັນດາກຳລັງປະຈັນບານ, ແກ່ນສານ, ນຳໜ້າ ປະຕິບັດໜ້າທີ່ປ້ອງກັນ, ຕ້ານໄພທຳມະຊາດ, ໂລກລະບາດ, ຊອກຫາກູ້ໄພກູ້ຊີບເປັນຢ່າງດີທີ່ສຸດ, ໂດຍສະເພາະແມ່ນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ສະກັດກັ້ນການເຂົ້າເມືອງຫວຽດນາມ ຢ່າງຜິດກົດໝາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ