ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນກັບປັນຍາຊົນເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນກັບປັນຍາຊົນເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນ
ກັບປັນຍາຊົນເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ

(vovworld) - ຕອນ​ບ່າຍ​ວັນ​ທີ 12/11 ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ພວມ​ດຳ​ເນ​ີນຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ​ໄດ້​ພົບ​ປະ​ບັນດາ​ນັກ​ຊ່ຽວຊານ, ​ປັນຍາ​ຊົນ ​ແລະ ນັກທຸລະກິດ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ການ​ພົບ​ປະ​ສັງ​ສັນ​​ແມ່ນ​ເວທີ​ປາ​ໄສ​ເປີດ ​ເພື່ອ​ໃຫ້​ບັນດາ​ນັກ​ຊ່ຽວຊານ, ນັກ​ຄົ້ນຄວ້າ​ແລກ​ປ່ຽນ, ສະ​ເໜີ​ບັນດາ​ແນວ​ຄວາມ​ຄິດ, ປະກອບສ່ວນ​ເຂົ້າ​​ໃນ​ຫລາຍ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ວິວັດ​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ບັນດາ​ຄຳ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ຂໍ​້ລິ​ເລີ່​ມທີ່​ ​ຂອງ​ບັນດາ​ນັກ​ຊ່ຽວຊານ, ປັນຍາ​ຊົນ​ເປັນ​ຊາວ ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ​:

        “ຂ້າພະ​ເຈົ້າຕື້ນ​ຕັນ​ໃຈ​ທີ່​ສຸດ ​ເພື່ອ​ໄດ້​ຮັບ​ຟັງ​​ບັນດາ​ເລື່ອງລາວກ່ຽວ​ກັບ​ການດຳ​ເນີນ​ອາຊີບຢູ່ ຫວຽດນາມ ຂອງ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ພວກ​ເຮົາ. ພະ​ເສດ​ແມ່ນ​ເລື່ອງ​ລາວ​ຂອງ ປອ ຫງວຽນ​ແທງ​ໝີ, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເຖິງ​ວ່າ ອາຍຸ​ສູງ​ກ່ວາ 60 ປີ ​ແລ້ກໍ່ຕາມ ​ແຕ່​ທ່ານຍັງ​ກັບ​ເມືອ ຫວຽດນາມ ​ເພື່ອ​ດຳ​ເນີນ​ອາຊີບອີກ​ຄັ້ງ​ໜຶ່ງ. ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ພາຍຫລັງ​ແນວ​ຄວາມ​ຄິດ​ດຳ​ເນີນ​ທຸລະ​ກິດ​ນັ້ນ ​ແມ່ນນ້ຳ​ໃຈ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຕໍ່​ປະ​ເທດ​ຊາດ. ປະ​ເທດ​ນີ້ ຍາມ​ໃດ​ກໍ່​ຮັບ​ຕ້ອນ​ບັນດາ​ລູດຫຼານ​ຂອງຊາດ ຫວຽດນາມ ກັບ​ເມືອ ​ເພື່ອ​ນຳ​​ເອົານ້ຳ​ໃຈ, ​ແນວຄວາມ​ຄິດ, ​ແຫຼ່ງກຳລັງ ​ມາ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

        ທ່ານ​ນາຍົກລັດຖ​ະມົນຕີ ຢືນຢັນ​ວ່າ: ຈະຮັບ​ເອົາ​ບັນດາ​ຄວາມ​ຄິດ​ຄວາມ​ເຫັນ​ທັງ​ໝົດ ​ແລະ ມອບ​ໃຫ້​ກະຊວງການ​ຕ່າງປະ​ເທດ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ ​ເປີດຫລາຍ​ເວທີ​ປາ​ໄສທີ່ສະດວກ​ກ່ວາ​ອີກ ​ເພື່ອ​ໃຫ້​ບັນດາ​ ປັນຍາ​ຊົນ​ເປັນ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ສືບ​ຕໍ່​ປະກອບສ່ວນ​ພູມ​ປັນຍາ, ກຳລັງ​ເຫື່ອ​ແຮງ ​ເພື່ອ​ຈຸດໝາຍ​ສ້າງ​ບ້ານ​ເກ​ີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງາ​ມ.

 

ຂ່າວ/ບົດ​ອື່ນ