ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບທ່ານນາງ
ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
ພາບ:internet
|
(vovworld)- ໃນຂອບເຂດກອງປະຊຸມສຸດຍອດ ອາຊີ ເອີລົບ ຄັ້ງທີ 11, ວັນທີ 15/7, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບປະມຸກລັດ, ການນຳບັນດາປະເທດ ອາຊີ, ເອີລົບ.
ທີ່ການພົບປະກັບນາຍົກລັດຖະມົນຕີ ແຟງລັງ Juha Sipila, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ແຟງລັງ ສືບຕໍ່ບຸລິມະສິດສະຫງວນແຫລ່ງເງິນຊ່ວຍເຫລືອ ODA ໃຫ້ແກ່ຫວຽດນາມ ພ້ອມທັງສະຫນັບສະຫນູນຫວຽດນາມ ໄດ້ກູ້ຢືມທຶນບຸລິມະສິດພັດທະນາສາກົນ IDA ຫລັງປີ 2017. ສອງຝ່າຍເຫັນດີຈະເພີ່ມະທວີການຮ່ວມມືບັນດາເວທີປາໄສສາກົນ.
ທີ່ການພົບປະກັບປະທານາທິບໍດີ ສະວິດ Johann Schneider Ammann, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວມີຄວາມໝາຍເພື່ອສະເຫລີມສະຫລອງ ເຫດການ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ປະທານາທິບໍດີ ສະວິດ ຢືນຢັນ: ຫວຽດນາມ ຍາມໃດກໍເປັນປະເທດບຸລິມະສິດໃນນະໂຍບາຍ ODA ຂອງ ສະວິດ .
ທີ່ການພົບປະກັບປະທານາທິບໍດີ ສເກົາຫລີ Park Geun Hye, ສອງຝ່າຍເຫັນດີຍູ້ແຮງການພົວພັນດ້ານເສດຖະກິດ, ການຄ້າ. ປະທານາທິບໍດີ ສເກົາຫລີ ຢືນຢັນ ຫວຽດນາມ ຍາມໃດກໍແມ່ນຄູ່ຮ່ວມມືພັດທະນາຕົ້ນຕໍຂອງ ສເກົາຫລີ.
ທີ່ການພົບປະກັບນາຍົກລັດຖະມົນຕີ ໄທ ພຣາຢຸດ ຈັນໂອຈາ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາການເຄື່ອນໄຫວລົງທຶນດຳເນີນທຸລະກິດເປັນຫລາຍຮູບຫລາຍແບບຂອງບັນດາວິສາຫະກິດໄທຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄທ ຢືນຢັນ ຈະສົ່ງເສີມບັນດາວິສາຫະກິດໃຫຍ່ຂອງໄທ ເພີ່ມທະວີການລົງທຶນຢູ່ຫວຽດນາມ.
ທີ່ການພົບປະກັບນາຍົກລັດຖະມົນຕີ ໂປໂລຍ Beata Szydlo, ການນຳສອງທ່ານເຫັນດີຊຸກຍູ້ການເຈລະຈາ, ລົງນາມໃນສັນຍາແມ່ກ່ຽວກັບດ້ານການເງິນ, ນຳໃຊ້ບ້ວງສິນເຊື່ອບຸລິມະສິດ 250 ລ້ານເອີໂຣ ໂດຍລັດຖະບານ ໂປໂລຍສະຫງວນໃຫ້ແກ່ຫວຽດນາມ ຢ່າງມີປະສິດທິຜົນ.
ທີ່ການພົບປະກັບນາຍົກລັດຖະມົນຕີ ໂຮນລັງ Mark Rutte, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງ ສອງປະເທດໄດ້ລົງນາມໃນເອກະສານກ່ຽວກັບຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ ແລະ ຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳ ແລະ ການຄ່້ຳປະກັນດ້ານສະບຽງອາຫານ. ນອກນັ້ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ, ນາຍົກລັດຖະມົນຕີ ເຢຍລະມັນ, ນາຍົກລັດຖະມົນຕີ ສິງກະໂປ, ຮອງປະທານາທິບໍດີ ອິນເດຍ,ປະທານຄະນະກຳມະການເອີລົບ ແລະ ລັດຖະມົນຕີການຕ່າງປະເທດ ນິວເຊີແລນ.