ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມມົງໂກນຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ແລະ ພັນລະຍາໄປຢ້ຽມຢາມ ມົງໂກນ
(ພາບສຳນັກຂ່າວສານຫວຽດນາມ)
(vovworld) – ໂດຍຮັບຄຳເຊີນ ຂອງ ທ່ານ Tsakhiagiin Elbegdorj ປາທານາທິບໍດີມົງໂກນ ແລະ ທ່ານ Jagaltulga Erdenebat ນາຍົກລັດຖະມົນຕີມົງໂກນ, ຕອນເຊົ້າວັນທີ 13/7, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ອອກຈາກຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ມົງໂກນແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ເອີລົບ ຄັ້ງທີ 11 ຢູ່ນະຄອນຫຼວງ Ulan Bator, ປະເທດມົງໂກນ ຢ່າງເປັນທາງການ. ການຢ້ຽມຢາມດຳເນີນ ໃນລະຫວ່າງວັນທີ 13-16/7/2016.
ການຢ້ຽມຢາມ ມົງໂກນ ຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງເປັນທາງການໃນຄັ້ງນີ້ ເປັນໂອກາດ ເພື່ອໃຫ້ສອງຝ່າຍໄດ້ແລກປ່ຽນບັນດາທິດທາງ ແລະ ມາດຕະການໃຫຍ່ຊຸກຍູ້ກການພົວພັນສອງປະເທດ, ຮັກສາສາຍພົວພັນດ້ານການເມືອງ, ພ້ອມກັນຊອກຫາ ມາດຕະການທີ່ເໝາະສົມ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ກະສິກຳ, ວັດທະນະທຳ ແລະ ການສຶກສາ ລະຫວ່າງ ຫວຽດນາມ ແລະ ມົງໂກນ. ພາຍຫຼັງມີການຢ້ຽມຢາມມົງໂກນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ASEM ຄັ້ງທີ 11. ການທີ່ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງ ASEM ຄັ້ງທີ 11 ແມ່ນເພື່ອແນໃສ່ຕັ້ງໜ້າຜັນຂະຫຍາຍ ການພົວພັນຕ່າງປະເທດຫຼາຍຝ່າຍ ຢ່າງແຂງແຮງ; ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມ ທີ່ຫວຽດນາມນຳໜ້າລິເລີ່ມ ເຊັ່ນ: “ການເຈລະຈາ ASEM ກ່ຽວກັບ ການພັດທະນາແບບຍືນຍົງ”, ການຮ່ວມມືແກ້ໄຂແຫຼ່ງນ້ຳ (2015), ການຮັບມືກັບໄພທຳມະຊາດ, ການພົບປະແລກປ່ຽນຊາວໜຸ່ມ ແລະ ທັກສະຂຽວ 2016.