ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກອອກຈາກຮ່າໂນ້ຍເດີນທາງຢ້ຽມຢາມຈີນຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ
(vovworld) – ຕອນເຊົ້າວັນທີ 10/09 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກ ຮ່າໂນ້ຍ ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການ, ເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ ຄັ້ງທີ 13 ຢູ່ ໜານໜີງ, ຈີນ. ການຢ້ຽມຢາມນັບແຕ່ວັນທີ 10 – 15/09/2016 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ປະຊາຊົນ ຈີນ ຫຼີເຄີຊຽນ. ນີ້ແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ນັບແຕ່ພາຍຫລັງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ.
ງານຕະຫລາດນັດ ອາຊຽນ - ຈີນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ອາຊຽນ - ຈີນ (CABIS) ຄັ້ງທີ 13 ຢູ່ ໜານໜີງ (ຈີນ) ໃນລະຫວ່າງວັນທີ 11 – 14/09 ຖືກຈັດຕັ້ງໃນໂອກາດ ອາຊຽນ ແລະ ຈີນ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນເຈລະຈາ ແລະ ການພົວພັນ ອາຊຽນ - ຈີນ ພວມຢູາໃນທ່າພັດທະນາຢ່າງວ່ອງໄວ ແລະ ດີງາມ.
.