(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານ
ກອງປະຊຸມສົ່ງເສີມການລົງທຶນແຂວງ ກວ໋າງນາມປີ 2017)
(vovworld)- ຕອນເຊົ້າວັນທີ 26/3 ຢູ່ ນະຄອນ ຕາມກີ ແຂວງ ກວ໋າງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສົ່ງເສີມການລົງທຶນແຂວງ ກວ໋າງນາມປີ 2017. ເຂົ້າຮ່ວມກອງປະຊຸມມີການນຳບາງກະຊວງ, ຂະແຫນງການ ແລະ ວິສາຫະກິດເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ແຂວງ ກວ໋າງນາມ ມີທ່າໄດ້ປຽບຫລາຍຢ່າງ, ມີຄຸນຄ່າພິເສດສະເພາະ ແລະ ມີບັນດາປັດໄຈຍຸດທະສາດຊື່ງນັກລົງທຶນຄວນສົນໃຈ.
“ກ່ອນນີ້ສອງສາມສັດຕະວັດ, ກວ໋າງນາມ ກາຍເປັນຈຸດນັດພົບຂອງກຳປັ່ນຄ້າຂາຍສິນຄ້າ, ຄູ່ຄ້າໃຫຍ່ ແລະ ກ່ອນນີ້ 300 ປີ, ໂຮ້ຍອານ, ກວ໋າງນາມ ໄດ້ສ້າງຕັ້ງຕົວເມືອງການຄ້າທ່າກຳປັ່ນທີ່ພົ້ນເດັ່ນຢູ່ ອາຊີ. ປະຈຸບັນ ພວກເຮົາຄວນຟື້ນຟູແນວຄິດເພື່ອກໍ່ສ້າງເຂດນີ້ໃຫ້ກາຍເປັນເຂດພັດທະນາຢ່າງແຮງທີ່ສຸດ.”
ເມື່ອຕີລາຄາກ່ຽວກັບບັນດາຜົນສຳເລັດກ່ຽວກັບເສດຖະກິດສັງຄົມຂອງແຂວງ ກວ໋າງນາມປະຈຸບັນ, ທ່ານນາຍົກລັດຖະມົນຕີ ຖືວ່າ: ຜົນສຳເລັດນັ້ນແມ່ນຍ້ອນ ກວ໋າງນາມມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລະບອບລະບຽບການ ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ດູດດື່ມນັກລົງທຶນ. ເພື່ອດຶງດູດການລົງທຶນຫລາຍກວ່າໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ແຂວງ ກວ໋າງນາມ ຄວນຍົກສູງຄຸນນະພາບພື້ນຖານໂຄງລ່າງເພື່ອເຊື່ອມຕໍ່ເສດຖະກິດກັບ ດາຫນັງ, ກວ໋າງຫງາຍ ແລະບັນດາແຂວງ. ພ້ອມກັບການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ແຂວງ ກວ໋າງນາມ ຕ້ອງສູ້ຊົນກາຍເປັນໃຈກາງການທ່ອງທ່ຽວລະດັບສາກົນ.