ທ່ານ ຫງວຽນຊວນຟຸກ ເຈລະຈາກັບ
ທ່ານ Samdech Techo Hun Sen
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 23/11 ກ່ອນທີ່ດຳເນີນກອງປະຊຸມຂັ້ນສູງ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 9 (CLV9) ຢູ່ແຂວງ Siem Reap ປະເທດ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ປະເທດເຈົ້າພາບຂອງກອງປະຊຸມຄັ້ງນີ້. ທີ່ການເຈລະຈາ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກປັບປຸງ ແລະ ພັດທະນາການພົວພັນກັບ ກຳປູເຈຍ ຕາມທິດນຳເປັນ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ກຳປູເຈຍ ພາຍໃຕ້ການຊີ້ນຳນຳພາຂອງລັດຖະບານ, ພັກປະຊາຊົນ ກຳປູເຈຍ (CPP) ແລະ ຂອງທ່ານນາຍົກລັດຖະມົນຕີ Hun Sen. ທ່ານ Hun Sen ກໍ່ຢືນຢັນແຜນນະໂຍບາຍຂອງລັດຖະບານ ກຳປູເຈຍ ແມ່ນເພີ່ມທະວີ ແລະ ປັບປຸງການພົວພັນ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.
ນາຍົກລັດຖະມົນຕີທັງ 2 ທ່ານກໍ່ເຫັນດີເປັນເອກະສັນ ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວຢ່າງສົມກຽດເພື່ອ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/06/1967 – 24/06/2017) ແລະ ຢືນຢັນວ່າ ຈະເປັນເຈົ້າພາບຮ່ວມພິທີເປີດສະຫຼອງຂົວ ລອງບີງ (ອານຢາງ) – Chrey Thom (Kandal) ໃນຕົ້ນປີ 2017 ເພື່ອເປີດສາກໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງບັນດາເຫດການສຳຄັນດັ່ງກ່າວ.