ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປະຈຳເດືອນຂອງລັດຖະບານ

(VOVWORLD) -ຕອນເຊົ້າວັນທີ 3 ພະຈິກ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປະຈຳເດືອນຕຸລາປີ 2018 ຂອງລັດຖະບານ. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປະຈຳເດືອນຂອງລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມປະຈຳເດືອນຕຸລາຂອງລັດຖະບານ

ກ່າວຄຳເຫັນໄຂກອງປະຊຸມ, ເມື່ອທົບທວນຄືນໝາກຜົນປ່ອນບັດໄວ້ວາງໃຈຕໍ່ບັນດາສະມາຊິກລັດຖະບານ ທີ່ກອງປະຊຸມເທື່ອທີ 6 ຂອງສະພາແຫ່ງຊາດ ພວມດຳເນີນໄປນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ເມື່ອທຽບໃສ່ການປ່ອນບັດໄວ້ວາງໃຈກ່ອນນີ້  ຄັ້ງນີ້ບັນດາສະມາຊິກລັດຖະບານ ລ້ວນແຕ່ມີຈຳນວນ “ບັດໄວ້ວາງໃຈສູງ” ແລະ “ຄວາມໄວ້ວາງໃຈ”ສູງກວ່າ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ ໝາກຜົນການປ່ອນບັດໄວ້ວາງໃຈນີ້ເປັນການເລັ່ງລັດໃຫ້ລັດຖະບານປະຕິບັດວຽກງານໃຫ້ດີກວ່າເກົ່າ, ຍົກສູງນ້ຳໃຈຄວາມຮັບຜິດຊອບຕໍ່ປະຊາຊົນ ແລະ ສະພາແຫ່ງຊາດຕື່ມອີກ.

ກ່ຽວກັບສະພາບການເສດຖະກິດສັງຄົມໃນເດືອນຕຸລາ ແລະ 10 ເດືອນຕົ້ນປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ ໃນສະພາບການໂລກ ພວມຜັນແປໄປຢ່າງສັບສົນນັ້ນ, ແຕ່ສະພາບການຢູ່ພາຍໃນປະເທດຍັງເປັນປົກກະຕິສົມຄວນ ດ້ວຍເສດຖະກິດມະຫາພາກສືບຕໍ່ມີຄວາມສະຖຽນລະພາບ, ດັດຊະນີລາຄາໃຊ້ສອຍ CPI ສະເລ່ຍ 10 ເດືອນ ແມ່ນ 3,6%, ໄພເງິນເຟີ້ເພີ່ມຂຶ້ນ 1,43%, ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ. ໝາກຜົນນີ້ໄດ້ຮັບການຕີລາຄາສູງຈາກສະພາແຫ່ງຊາດ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ ຕໍ່ຫນ້າສະພາບການຜະລິດດຳເນີນທຸລະກິດຂອງວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ບັນດາທ້ອງຖິ່ນ ເປັນຕົ້ນແມ່ນ 5 ນະຄອນໃຫຍ່ ( ຮ່າໂນ້ຍ, ນະຄອນ ໂຮ່ຈິມີນ, ເກີນເທີ, ຫາຍຟ່ອງ, ດາຫນັງ) ແມ່ນບັນດານະຄອນນຳຫນ້າດ້ານເສດຖະກິດຂອງທົ່ວປະເທດ ຄວນຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງກຳລັງຫນູນເຕີບໂຕໃຫ້ແກ່ບັນດາທ້ອງຖິ່ນ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ