ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳ4ແຂວງຖືກຄວາມເສຍຫາຍຢ່າງຫນັກຫນ່ວງພາຍຫລັງພາຍຸນ້ຳຖ້ວມ

(VOVWORLD) -ຕອນບ່າຍ ວັນທີ 26 ຕຸລາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ແລະ ຜູ້ຕາງຫນ້າບາງກະຊວງ, ຂະແຫນງການ ມີການເຮັດວຽກກັບການນຳ 4 ແຂວງ


ທີ່ຖືກຄວາມເສຍຫາຍຢ່າງຫນັກຫນ່ວງພາຍຫລັງພາຍຸນ້ຳຖວ້ມຜ່ານມາ ນັ້ນແມ່ນແຂວງເຊີນລາ, ອຽນບາຍ, ຮ່ວາບີງ ແລະ ແທງຮວາ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງການນຳບັນດາທອ້ງຖິ່ນ ແລະ ກະຊວງ, ຂະແຫນງການ ເຊີດຊູຄວາມຮັບຜິດຊອບ, ຄວາມພະຍາຍາມຈຳກັດຄວາມເສຍຫາຍກ່ຽວກັບຊີວິດອີນຊີ ແລະ ຊັບສິນໂດຍຝົນຕົກ ພາຍຸນ້ຳຖ້ວມກໍ່ຂຶ້ນໃຫ້ຢູ່ໃນລະດັບຕ່ຳສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ: ການນຳບັນດາທ້ອງຖິ່ນ ຕ້ອງເອົາໃຈໃສ່, ເບິ່ງແຍງບັນດາຄອບຄົວຖືກຄວາມເສຍຫາຍຢ່າງຫນັກຫນ່ວງກ່ຽວກັບຊີວິດອີນຊີ ແລະ ຊັບສິນ. 


ຕອບກັບ

ຂ່າວ/ບົດ​ອື່ນ