(vovworld) - ຕອນບ່າຍວັນທີ 13/04, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ແລະ ການນຳແຂວງກຽນຢາງ ໄດ້ມີການເຮັດວຽກກັບກຸ່ມບໍລິສັດ Sun Group, ເຊິ່ງແມ່ນໜຶ່ງໃນບັນດານັກລົງທຶນທີ່ມີບັນດາໂຄງການທ່ອງທ່ຽວໃຫຍ່ຢູ່ເກາະ ຫງອກ ຟຸ໋ກ໋ວກ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຍາມໃດລັດຖະບານກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນຜັນຂະຫຍາຍບັນດາໂຄງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີຫວັງວ່າ, ກຸ່ມບໍລິສັດ Sun Group ຈະສືບຕໍ່ບັນລຸຜົນງານໃໝ່ຫຼາຍຢ່າງໃນຍຸດທະສາດເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການປະຕິບັດຄາດໝາຍນຳຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດ.
ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະປະຕິບັດງານໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສູສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງຟຸ໋ກ໋ວກ, ແຂວງກຽນຢາງ.