ກ່ອນໜ້ານັ້ນ, ໃນວັນດຽວກັນ,ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຍດນາມ ຫວູຮູຍຮ່ວາງ ມີການເຈລະຈາ ກັບລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (METI) ທ່ານ Toshimitsu Motegi ພ້ອມກັບຄະນະປະຕິບັດງານເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 1 – 3/7. ທີ່ການເຈລະຈາ, ທ່ານລັດຖະມົນຕີ Toshimitsu Motegi ໄດ້ຍົກອອກບັນດາເນື້ອໃນທີ່ຝ່າຍຍີ່ປຸ່ນມີຄວາມສົນໃຈຄື: ແຜນຮ່າງຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດຮອດປີ 2030, ຮ່ວມມືໃນບັນດາຂົງເຂດອຸດສາຫະກຳສຳຮອງ... ສ່ວນທ່ານລັດຖະມົນຕີ ຫວູຮູຍຮ່ວາງ ຫວັງວ່າ: ລັດຖະບານ ຍີ່ປຸ່ນ ສືບຕໍ່ສະຫງວນຄວາມເອົາໃຈໃສ່, ການໜູນຊ່ວຍໃຫ້ແກ່ ຫວຽດນາມ ໃນບັນດາເນື້ອໃນການຮ່ວມມືພະລັງງານ, ອຸດສາຫະກຳ ແລະ ການຄ້າ, ລະອຽດຄື: ນຳໃຊ້ເຕັກໂນໂລຢີໄຟຟ້າ ນິວເຄຼຍເພື່ອຈຸດປະສົງສັນຕິພາບ, ສຳຫຼວດຂຸດຄົ້ນ ແລະ ປຸງແຕ່ງດິນປະເສີດ. ສິ້ນສຸດການເຈລະຈາ, ທ່ານລັດຖະມົນຕີ ຫວູຮູຍຮ່ວາງ ແລະ ທ່ານລັດຖະມົນຕີ Toshimitsu Motegi ເປັນສັກຂີພິຍານພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງບັນດາວິສາຫະກິດ ຍີ່ປຸ່ນ ແລະ ບັນດາວິສາຫະກິດ ຫວຽດນາມ ກ່ຽວກັບໂຄງການເຂດຕົວເມືອງ - ສູນເຕັກໂນໂລຢີຊອບແວ ຮ່າໂນ້ຍ.