ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen
(ພາບ:VGP/Nhật Bắc)
(vovworld) – ວັນທີ 13/01, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງໝໍ Chợ Rẫy (ເຈີ້ນໄຣ) – Phnompenh (ພະນົມເປັນ) ແລະ ພ້ອມກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ເປັນເຈົ້າພາບຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ ຄັ້ງທີ 4.
ກ່ອນນັ້ນ, ຕອນບ່າຍວັນທີ 12/1, ພາຍຫຼັງມາຮອດ Phnompenh, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງໄດ້ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ໂອ້ລົມກັບບັນດາພະນັກງານສະຖານທູດ, ບັນດາວິສາຫະກິດທີ່ລົງທຶນເຂົ້າ ກຳປູເຈຍ ແລະ ຜູ້ແທນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ຢືນຢັນວ່າພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ປາດຖະໜາ ແລະ ສະໜັບສະໜູນປະເທດ ກຳປູເຈຍ ໃຫ້ມີສັນຕິພາບ, ຄວາມໝັ້ນຄົງ, ປອງດອງຊາດ ແລະ ພັດທະນາວັດຖະນາຖາວອນ. ພ້ອມກັບສາຍພົວພັນທາງການເມືອງ, ການຕ່າງປະເທດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ທີ່ພວມພັດທະນາຢ່າງດີງາມ, ສາຍພົວພັນທາງເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກນິກ, ກິລາ, ການທ່ອງທ່ຽວລະຫວ່າງສອງປະເທດກໍ່ພວມພັດທະນາຢ່າງຕັ້ງໜ້າ. ຫວຽດນາມໄດ້ລົງທຶນເຂົ້າ ກຳປູເຈຍ ດ້ວຍຈຳນວນເງີນກວ່າ 3ຕື້USD, ວົງເງີນການຄ້າລະຫວ່າງສອງປະເທດບັນລຸກວ່າ 3ຕື້USD ແລະ ຄາດໝາຍບັນລຸ 5ຕື້USD ໃນປີ 2015 ແມ່ນອາດຈະເປັນໄປໄດ້.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ສະເໜີໃຫ້ບັນດາວິສາຫະກິດທີ່ລົງທຶນເຂົ້າ ກຳປູເຈຍ ຄວນຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມຢູ່ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ເຫັນດີກັບຂໍ້ສະເໜີແນະຂອງສະມາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ວ່າຈະເພີ່ມທຶນສຶກສາໃຫ້ແກ່ລູກຫຼານຂອງຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ກັບຄືນຮຽນມະຫາວິທະຍາໄລຢູ່ບ້ານເກີດເມືອງນອນ; ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ປາດຖະໜາວ່າຊາວ ຫວຽດນາມ ທີ່ພວມອາໄສ ແລະ ເຮັດວຽກຢູ່ ກຳປູເຈຍ ຈະເສີມຂະຫຍາຍນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນໃນການດຳລົງຊີວິດ, ຍາມໃດກໍ່ອ່ວາຍເມືອຫາບ້ານເກີດເມືອງນອນຂອງຕົນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ໄດ້ຕັດແຖບຜ້າເປີດສະຫຼອງສຳນັກງານສະຖານທູດ ຫວຽດນາມ ແຫ່ງໃໝ່ປະຈຳ ກຳປູເຈຍ.