ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງສິນສຸດການຢ້ຽມຢາມມາເລເຊຍຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງສິນສຸດການຢ້ຽມຢາມມາເລເຊຍຢ່າງເປັນທາງການ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 8/8, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ສິ້ນ​ສຸດ​ການ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ. ກ່ອນ​ຈະ​ອອກ​ຈາກ​ກົວ​ລາ​ລຳ​ເປີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ພົບ​ປະ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ມາ​ເລ​ເຊຍ. ທ່ານ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ລັດຖະບານ​ສອງ​ປະ​ເທດ​ຫາ​ກໍ່​ປະກາດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ມາ​ເລ​ເຊຍ ​ແລະ ຮຽກຮ້ອງ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ, ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ​ສືບ​ຕໍ່​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ, ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປະກົດ​ຜົນ​ເປັນ​ຈິງ. ທ່ານ​ນາຍົກລັດຖະມົນຕີ ຫວັງ​ວ່າ​ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ມາ​ເລ​ເຊຍ​ ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ, ສະໜັບສະໜູນ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ, ປະກອບສ່ວນ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ມາ​ເລ​ເຊຍ, ກໍ່​ຄື​ເພີ່ມ​ທະວີ ​ແລະ ປັບປຸງ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ມາ​ເລ​ເຊຍ.

ຂ່າວ/ບົດ​ອື່ນ