ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢູ້ງເຂົ້າຢ້ຽມຂຳ່ນັບປະທານາທິບໍດີປະເທດປອກຕູຍການ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢູ້ງ ແລະ
ທ່ານປະທານາທິບໍດີ Anibal Cavaco Silva
(ພາບ: VGP)
(vovworld) – ໃນຂອບເຂດການຢ້ຽມຢາມ ສ.ປອກຕູຍການ ຢ່າງເປັນທາງການ, ຕອນບ່າຍວັນທີ 3/6 (ຕາມເວລາຫວຽດນາມ) ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢູ້ງ ໄດ້ເຂົ້າຢ້ຽມຂຳ່ນັບທ່ານປະທານາທິບໍດີ ປອກຕູຍການ Anibal Cavaco Silva. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢູ້ງ ສະແດງຄວາມພາກພູມໃຈທີ່ໄດ້ໄປຢ້ຽມຢາມ ປອກຕູຍການເປັນຄັ້ງທຳອິດ ກົງກັບໂອກາດ 2 ປະເທດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢູ້ງ ສະເໜີໃຫ້ 2 ປະເທດຄວນມານະພະຍາຍາມເພື່ອເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳໃນການພົວພັນ 2 ຝ່າຍ, ຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆທີ່ເໝາະສົມກັບທ່າແຮງ ແລະ ຄວາມຕ້ອງການພັດທະນາຂອງແຕ່ລະປະເທດຄື: ດ້ານເສດຖະກິດທະເລ, ການເດີມທະເລ, ພະລັງງານ, ການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢູ້ງ ຢັ້ງຢືນວ່າ: ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດຮ່ວມມືດຳເນີນທຸລະກິດບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານປະທານາທິບໍດີປະເທດ ປອກຕູຍການ Anibal Cavaco Silva ເຫັນດີເປັນເອກະສັນກັບບັນດາຂໍ້ສະເໜີລະອຽດຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢູ້ງ ແລະ ຢືນຢັນວ່າ: ປອກຕູຍການ ສະໜັບສະໜູນຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານກັບສະຫະພາບເອີລົບ, ສິ້ນສຸດການເຈລະຈາ ແລະ ເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມ - EU ໂດຍໄວ. ເມື່ອແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ທ່ານປະທານາທິບໍດີປະເທດ ປອກຕູຍການ Anibal Cavaco Silva ສະໜັບສະໜູນຄວາມມານະພະຍາຍາມຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ອາຊີ - ປາຊີຟິກ, ຢັ້ງຢືນຄວາມສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງບັນດາປະເທດທັງຢູ່ພາຍໃນ ແລະ ນອກພາກພື້ນ.