ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເປັນເຈົ້າພາບຈັດງານລ້ຽງຂັ້ນລັດຮັບຮອງບັນດາຜູ້ແທນເຂົ້າຮ່ວມIPU132
(vovworld)-ຕອນຄ່ຳວັນທີ 31/3, ຢູ່ສູນ ຮ່ວາງແທງທັງລອງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມດ້ວຍພັນລະຍາໄດ້ເປັນເຈົ້າພາບຈັດງານລ້ຽງຂັ້ນລັດຮັບຮອງບັນດາຜູ້ແທນເຂົ້າຮ່ວມ IPU 132 ພວມດຳເນີນໄປຢູ່ ຮ່າໂນ້ຍ. ເຂົ້າຮ່ວມງານລ້ຽງ ມີທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ, ປະທານ IPU Saber Chowdhury, ເລຂາທິການໃຫຍ່ IPU , Martin Chungong ພ້ອມກັບບັນດາຜູ້ແທນມາຈາກ 166 ລັດຖະສະພາສະມາຊິກໃນທົ່ວໂລກ.
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ, ປະທານ IPUSaber Chowdhur
ແລະຜູ້ແທນເຂົ້າຮ່ວມ IPU 132
ພາບ:http://nguyentandung.org
|
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ: ເລື່ອງຈັດຕັ້ງ IPU 132 ແມ່ນເຫດການການຕ່າງປະເທດສຳຄັນພິເສດຂອງຫວຽດນາມ, ສະແດງໃຫ້ເຫັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ການພົວພັນກັບສາກົນເປັນຫລາຍຮູບຫລາຍແບບ, ຫລາຍຝ່າຍ ແລະ ເປັນເຈົ້າການ, ຕັ້ງຫນ້າໃນການເຊື່ອມໂຍງ, ຮ່ວມມືກັບສາກົນ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມໂລກ. ທ່ານນາຍົກລັດຖະມົນຕີ ຖືວ່າ: ເລື່ອງ IPU 132 ຮັບຮອງເອົາຖະແຫລງການຂອງ IPU ຢູ່ ຮ່າໂນ້ຍ ແລະ ບັນດາມະຕິສຳຄັນນັ້ນ ເປັນການ ຢືນຢັນ ບົດບາດຂອງ IPU ບໍ່ພຽງແຕ່ແມ່ນເວທີປາໄສຮ່ວມມືລັດຖະສະພາຫລາຍຝ່າຍໃຫຍ່ສຸດຂອງໂລກເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນວິວັດການ ພ້ອມກັບ ສປຊ ສ້າງໂຄງການດຳເນີນງານເພື່ອການພັດທະນາແບບຍືນຍົງໃນທົ່ວໂລກພາຍຫລັງ 2015 ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍໄດ້ແນະນຳໂດຍສັງເຂບກ່ຽວກັບຜົນງານແຫ່ງການພັດທະນາຂອງຫວຽດນາມ ພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່, ໃນນັ້ນ GDP ບັນລຸລະດັບ 7%/ປີ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ການປັບປຸງ ແລະ ຍົກສູງຂຶ້ນ. ສປຊ ໄດ້ເຊີດຊູ ຫວຽດນາມ ແມ່ນປະເທດສຳເລັດຫລາຍເປົ້າໝາຍພັດທະນາສະຫັດສະວັດ ກ່ອນກຳນົດເວລາ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງວ່າ:
“ເພື່ອຮັກສາສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພຢ່າງໝັ້ນຄົງ, ແຕ່ລະປະເທດ ເຖິງວ່າແມ່ນປະເທດໃຫຍ່ ຫລື ນ້ອຍ ພ້ອມກັບຄວາມເອົາໃຈໃສ່ເຖິງຜົນປະໂຫຍດສະເພາະຂອງຕົນ ລ້ວນແຕ່ຕ້ອງເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດອື່ນກໍຄືພ້ອມກັນເອົາໃຈໃສ່ເຖິງບັນຫາລວມ, ຜົນປະໂຫຍດລວມຂອງພາກພື້ນ ແລະ ໂລກ.”