ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຕ່າງປະເທດກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່

(VOVWORLD) -ຕອນຄໍ່າວັນທີ 9 ຕຸລາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ອາຍຸການ 2019 – 2022 ກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຕ່າງປະເທດກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຕ່າງປະເທດກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່ (ພາບ: chinhphu.vn)

        ອວຍພອນບັນດາເອກອັກຄະລັດຖະທູດເຊິ່ງພັກ, ລັດ ໄດ້ເຊື່ອໝັ້ນມອບໝາຍໜ້າທີ່ອັນສໍາຄັນ ເປັນເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຕ່າງປະເທດ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວັນຟຸກ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ ຈະເສີມຂະຫຍາຍຄຸນທາດ, ກໍາລັງຄວາມສາມາດ, ຄຸນສົມບັດ, ວິຊາສະເພາະ ເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີ. ພ້ອມທັງສະເໜີໃຫ້ບັນດາເອກອັກຄະລັດຖະທູດ ຕ້ອງມານະພະຍາຍາມ ເພື່ອປະກອບສ່ວນເຂົ້າໃນຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດ ດ້ວຍຫຼາຍຜົນງານທາງເສດຖະກິດ-ສັງຄົມ, ການຕ່າງປະເທດທີ່ສໍາຄັນ. ບັນດາເອກອັກຄະລັດຖະທູດ ຕ້ອງກໍາແໜ້ນແນວທາງການພົວພັນຕ່າງປະເທດຂອງພັກ, ລັດ ເພື່ອໝູນໃຊ້ຢ່າງມີໄຫວພິບ, ວິທະຍາສາດ, ປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ; ຜ່ານນັ້ນປະກອບສ່ວນຮັກສາເອກະລາດ ແລະ ສ້າງຄວາມເຂັ້ມແຂງຂອງດ້ວຍຕົນເອງຂອງຊາດ, ສ້າງປະເທດແຫ່ງສັນຕິພາບ, ສະຖຽນລະພາບ, ຍົກສູງທີ່ຕັ້ງ, ບົດບາດຂອງຫວຽດນາມບົນເວທີສາກົນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີວ່າ ບັນດາເອກອັກຄະລັດຖະທູດຍາມໃດກໍຕ້ອງປະດິດຄິດສ້າງ ແລະ ມີຄວາມຢຶດໝັ້ນຕໍ່ການປະຕິບັດໜ້າທີ່, ມີຄວາມມານະອົດທົນ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງຫວຽດນາມ, ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ. ສິ່ງທີ່ໜ້າເອົາໃຈໃສ່ນັ້ນແມ່ນ ຕ້ອງປະສານສົມທົບລະຫວ່າງການຕ່າງປະເທດດ້ານການເມືອງກັບການຕ່າງປະເທດດ້ານເສດຖະກິດ, ວັດທະນະທໍາ ເພື່ອຊຸກຍູ້ການຮ່ວມມືໃນທຸກດ້ານກັບບັນດາປະເທດ. ພ້ອມກັນນັ້ນ, ຕ້ອງປະຕິບັດວຽກງານປົກປ້ອງພົນລະເມືອງໃຫ້ເປັນຢ່າງດີ, ບັນດາເອກອັກຄະລັດຖະທູດຕ້ອງເອົາໃຈໃສ່, ຊ່ວຍເຫຼືອຊາວຫວຽດນາມ ຢູ່ຕ່າງປະເທດຮັກສາມູນເຊື້ອວັດທະນະທໍາຂອງຊາວຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ