ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານຫ້ອງການເສດຖະກິດ ໂອຕາລິດ

(VOVWORLD) -ຕອນບ່າຍວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Harald Mahrer ປະທານຫ້ອງການເສດຖະກິດ ໂອຕາລິດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານຫ້ອງການເສດຖະກິດ ໂອຕາລິດ  - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Harald Mahrer ປະທານຫ້ອງການເສດຖະກິດ ໂອຕາລິດ (ພາບ: VGP)

  ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ໂອຕາລິດ ແມ່ນຄູ່ຮ່ວມມືສໍາຄັນ ແລະ ໜ້າໄວ້ເນື້ອເຊື່ອໃຈຂອງຫວຽດນາມ ແລະ ສອງຝ່າຍຄວນສືບຕໍ່ຊຸກຍູ້ການພົວພັນດ້ານການຄ້າ, ເສດຖະກິດ, ການລົງທຶນ ລະຫວ່າງສອງປະເທດ. ເມື່ອແລກປ່ຽນກັບວິສາຫະກິດ ໂອຕາລິດ ກ່ຽວກັບບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນຕໍ່ໜ້າສະພາບການແກ້ງແຍ້ງດ້ານການຄ້າທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ກາລະໂອກາດລົງທຶນເຂົ້າ ຫວຽດນາມ ຂອງບັນດາວິສາຫະກິດ ໂອຕາລິດ ເວົ້າສະເພາະ ແລະ ອີຢູ ເວົ້າລວມ ໂດຍສະເພາະແມ່ນເມື່ອ ອີຢູ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ -ອີຢູ ແມ່ນໃຫຍ່ຫຼວງທີ່ສຸດ. ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາວິສາຫະກິດ ໂອຕາລິດ ຄວນກໍາແຫນ້ນກາລະໂອກາດນີ້ ແລະ ລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດອຸດສາຫະກໍາປຸງແຕ່ງ, ຫຼອມໂລຫະ, ປະດິດແຕ່ງ, ການຄ້າເອເລັກໂຕນິກ... ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ພ້ອມກັບການເປີດຫ້ອງການຕາງໜ້າດ້ານເສດຖະກິດ ໂອຕາລິດ ປະຈໍາ ຫວຽດນາມ, ສອງປະເທດຈະຊຸກຍູ້ການເຄື່ອນໄຫວລົງທຶນໃຫ້ຫຼາຍກວ່າ ແລະ ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ.

ທ່ານປະທານຫ້ອງການເສດຖະກິດ ໂອຕາລິດ Harald Mahrer ໃຫ້ຮູ້ວ່າ ເຂົາເຈົ້າພວມມານະພະຍາຍາມເພື່ອເປີດຫ້ອງການຕາງໜ້າປະຈໍາຫວຽດນາມ, ເຊິ່ງຈະເປີດສະຫຼອງຢູ່ນະຄອນ ໂຮ່ຈີມິນ ໃນການມາປະຕິບັດງານຄັ້ງນີ້. ທ່ານຕີລາຄາສູງຕໍ່ການໜູນຊ່ວຍຂອງຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ແລະ ບັນດາອົງການຮັບຜິດຊອບຂອງຫວຽດນາມ. ນີ້ແມ່ນໂອກາດສໍາຄັນທີ່ສຸດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ