ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໂທລະສັບໃຫ້ກໍາລັງໃຈທິມບານເຕະແຫ່ງຊາດຫວຽດນາມ
(VOVWORLD) - ເນື່່ອງໃນໂອກາດວັນຊາດຫວຽດນາມ ທີ 2 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໂທລະສັບເພື່ອລະດົມກໍາລັງໃຈທິມບານເຕະແຫ່ງຊາດຫວຽດນາມທຸກຖ້ວນໜ້າ ເຊິ່ງພວມປະຕິບັດໜ້າທີ່ຢູ່ ປະເທດ ໄທ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະທິມບານເຕະແຫ່ງຊາດຫວຽດນາມໃນການແຂ່ງຂັນ AFF Suzuki Cup 2018 (ພາບປະກອບ: VGP) |
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາ ແລະ ອວຍພອນທິມບານເຕະ ຈົ່ງເອົາໃຈໃສ່, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຍາດໄດ້ໝາກຜົນທີ່ດີທີ່ສຸດໃນການແຂ່ງຂັນນັດທໍາອິດໃນຮອບຄັດເລືອກຄັ້ງທີ 2 ຂອງ World Cup 2022 ພາກພື້ນ ອາຊີ.
ຄໍາລະດົມກໍາລັງໃຈຂອງທ່ານນາຍົກລັດຖະມົນຕີ ທີ່ໄດ້ສົ່ງເຖິງທິມບານເຕະແຫ່ງຊາດໃນວັນບຸນທີ່ສໍາຄັນຂອງປະເທດນັ້ນ ໄດ້ເພີ່ມກໍາລັງແຮງ, ກໍາລັງໃຈເພື່ອໃຫ້ຄະນະຄູຝຶກທິມບານເຕະແຫ່ງຊາດຫວຽດນາມ ພ້ອມດ້ວຍນັກກິລາຂອງຕົນ ສືບຕໍ່ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອຕອບສະໜອງນໍ້າໃຈຄວາມຮັກແພງ ແລະ ຄວາມຫວັງຂອງແຟ່ນບານເຕະຂອງປະເທດຕົນ. ຄູຝຶກ Park Hang Seo ແລະ ບັນດານັກກິລາ ໝັ້ນໝາຍວ່າ ຈະສືບຕໍ່ມານະພະຍາຍາມຝຶກແອບ ເພື່ອມີການກະກຽມດີທີ່ສຸດໃຫ້ແກ່ນັດແຂ່ງຂັນກັບທິມບານເຕະແຫ່ງຊາດ ໄທ, ເຊິ່ງຈະດໍາເນີນໃນວັນທີ 5 ກັນຍາ ຈະມາເຖິງນີ້.