ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກເປັນປະທານກອງປະຊຸມ ພັດທະນາເສດຖະກິດພາກກາງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 20 ສິງຫາ, ທີ່ແຂວງບິງດິ້ງ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມພ້ອມກັບບັນດາຮອງນາຍົກລັດຖະມົນຕີ, ເປັນປະທານກອງປະຊຸມພັດທະນາເສດຖະກິດພາກກາງຫວຽດນາມ. 
ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກເປັນປະທານກອງປະຊຸມ ພັດທະນາເສດຖະກິດພາກກາງຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກພ້ອມດ້ວຍຄະນະເບິ່ງບັນດາຜະລິດຕະພັນ (ພາບ: VGP)

  ໂດຍເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາການນຳກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ມີຜູ້ແທນເຂົ້າຮ່ວມກວ່າ 1000 ທ່ານ,ໃນນັ້ນແມ່ນບັນດານັກຊ່ຽວຊານ, ນັກວິທະຍາສາດ, ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກສະເໜີໃຫ້ບັນດາຜູ້ແທນຊີ້ໃຫ້ແກ່ເຖິງບັນດາຂໍ້ຕິດຂັດ ແລະ ສະເໜີບັນດາມາດຕະການແກ້ໄຂເພື່ອພັດທະນາ. ພິເສດແມ່ນມາດຕະການແກ້ໄຂໃຫ້ແກ່ປີ 2020 ແລະ ແຜນການ 5 ປີທີ່ຈະມາເຖິງໃຫ້ແກ່ບັນດາແຂວງພາກກາງຂອງຫວຽດນາມ.

        ເຂດທາງທິດພາກກາງ ແລະ ແຄມທະເລພາກກາງ (ຫຼືເອີ້ນວ່າພາກກາງ) ແມ່ນບໍລິເວນຍຸດທະສາດທາງດ້ານເສດຖະກິດ, ການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອມມີ 14 ແຂວງນັບແຕ່ແຂວງແທັງຮວາເຖິງແຂວງບິ່ງທວ້ນ. ພົນລະເມືອງໃນນີ້ມີປະມານ 20 ລ້ານຄົນ, ກວາມເອົາ 21%ຈຳນວນພົນລະເມືອງໃນທົ່ວປະເທດ, ເນື້ອທີ່ທຳມະຊາດກວາມເອົາເກືອບ 29% ຂອງເນື້ອທີ່ທົ່ວປະເທດ. ໃນນັ້ນ, ເຂດເສດຖະກິດຈຸດສຸມເຂດພາກກາງປະກອບມີ 5 ແຂວງ, ນະຄອນ ດ້ວຍເນື້ອທີ່ 8,5% ຂອງເນື້ອທີ່ທົ່ວປະເທດແລະມີພົນລະເມືອງກວມເອົາ 7%. ລາຍຮັບສະເລ່ຍຕໍ່ຫົວຄົນໃນເຂດນີ້ ປັດຈຸບັນແມ່ນປະມານເກືອບ 2100 ໂດລາສະຫະລັດ, ຕ່ຳກວ່າລະດັບລາຍຮັບສະເລ່ຍ 2600 ໂດລາສະຫະລັດເຊິ່ງແມ່ນລາຍຮັບສະເລ່ຍລວມຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ