ໄທ ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ ມຽນ​ມາ

(VOVWORLD) - ກົນໄກ ອາຊຽນ ຈອຍກາ ເປີດກ້ວາງ ຈະຈັດການປະຊຸມກັບບັນດາປະເທດສະມາຊິກ ອາຊຽນ ອື່ນທີ່ມີຄວາມສົນໃຈເຖິງບັນຫານີ້.
ໄທ ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ ມຽນ​ມາ - ảnh 1(ພາບ: VOV)

   ວັນທີ 19 ກັນຍາ, ທ່ານ ມະຣິດ ຊາງຢຳວົງສາ ລັດຖະມົນຕີການຕ່າງປະເທດ ໄທ ໄດ້ເນັ້ນໜັກເຖິງນະໂຍບາຍການທູດເປັນເຈົ້າການ, ຖື ປຊຊ ເປັນໃຈກາງຂອງປະເທດນີ້ ພ້ອມທັງຮັບຮູ້ວ່າ ປະເທດນີ້ ຈະເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ຈອຍກາ ເປີດກ້ວາງ (ASEAN Troika Plus) ໃນທ້າຍປີນີ້ ເພື່ອຊອກຫາມາດຕະການຊ່ວຍແກ້ໄຂວິກິດການຢູ່ ມຽນມາ. ຕາມທ່ານລັດຖະມົນຕີການຕ່າງປະເທດ ໄທ ແລ້ວ, ອາຊຽນ ຈອຍກາ ແມ່ນກົນໄກໃຫ້ຄຳປຶກສາຂອງ ອາຊຽນ ເພື່ອແນໃສ່ແກ້ໄຂວິກິດການ ມຽນມາ ລວມມີ ທ່ານລັດຖະມົນຕີການຕ່າງປະເທດຂອງບັນດາປະເທດປະທານ ອາຊຽນ ກ່ອນນີ້, ປະຈຸບັນ ແລະ ອະນາຄົດຄື: ອິນໂດເນເຊຍ, ລາວ ແລະ ມາເລເຊຍ. ກົນໄກ ອາຊຽນ ຈອຍກາ ເປີດກ້ວາງ ຈະຈັດການປະຊຸມກັບບັນດາປະເທດສະມາຊິກ ອາຊຽນ ອື່ນທີ່ມີຄວາມສົນໃຈເຖິງບັນຫານີ້. ທີ່ການປະຊຸມນີ້, ໄທ ຈະຊຸກຍູ້ 2 ບັນຫາຕົ້ນຕໍຄື: ສັນຕິພາບຮອບດ້ານໃຫ້ແກ່ ມຽນມາ ແລະ ຈາກນັ້ນ ປະກອບສ່ວນຮັບປະກັນການເຄື່ອນໄຫວເສດຖະກິດ, ການຄ້າເປັນປົກກະຕິ ຢູ່ເຂດຊາຍແດນ ໄທ-ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ