ທ່ານນາຍົກລັດຖະມົນຕີອັງກິດກ່າວເຕືອນຄວາມສ່ຽງການປະຕິບັດບັນດາເປົ້າໝາຍ COP26 ຖືກຊັກຊ້າ

(VOVWORLD) -ທ່ານນາຍົກລັດຖະມົນຕີ Boris Johnson ໃຫ້ຂໍ້ສັງເກດວ່າ COP 26 “ຈະປະສົບກັບຄວາມຫຍຸ້ງຍາກທີ່ສຸດ”, ອາດເວົ້າໄດ້ວ່າຈະບໍ່ບັນລຸໄດ້ບັນດາຂໍ້ຕົກລົງທີ່ຈຳເປັນ
ທ່ານນາຍົກລັດຖະມົນຕີອັງກິດກ່າວເຕືອນຄວາມສ່ຽງການປະຕິບັດບັນດາເປົ້າໝາຍ COP26 ຖືກຊັກຊ້າ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson
(ພາບ: AFP/TTXVN)

 ວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ກ່່າວເຕືອນວ່າ ຍາກທີ່ຈະບັນລຸໄດ້ຂໍ້ຕົກລົງທີ່ຈຳເປັນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26), ເຊິ່ງຄາດວ່າຈະດຳເນີນຢູ່ Glasgow, ປະເທດ Scotland ໃນທ້າຍເດືອນ ຕຸລາ ນີ້. ທ່ານນາຍົກລັດຖະມົນຕີ Boris Johnson ໃຫ້ຂໍ້ສັງເກດວ່າ COP 26 “ຈະປະສົບກັບຄວາມຫຍຸ້ງຍາກທີ່ສຸດ”, ອາດເວົ້າໄດ້ວ່າຈະບໍ່ບັນລຸໄດ້ບັນດາຂໍ້ຕົກລົງທີ່ຈຳເປັນ, ແຕ່ຫວັງວ່າ ກອງປະຊຸມຈະສາມາດບັນລຸເປົ້າໝາຍທີ່ໄດ້ວາງອອກ. ທ່ານຖືວ່າ, ກອງປະຊຸມແມ່ນໜຶ່ງໃນບັນດາໂອກາດໃຫຍ່ສຸດທ້າຍເພື່ອເຮັດໃຫ້ອຸນຫະພູມບໍ່ເພີ່ມຂຶ້ນຢ່າງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ