ທ່ານປະທານຄະນະກໍາມະການສູງການແນວໂຮມປະເທດຊາດຫວຽດນາມ ມອບຂອງຂັວນບຸນເຕັດ ຢູ່ແຂວງເຮົ້າຢາງ

(VOVWORLD) -ແຂວງເຮົ້າຢາງ ສືບຕໍ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ກໍາມະກອນ, ຄົນງານໃນບໍລິເວນແຂວງໃຫ້ເປັນຢ່າງດີກວ່າ, ພິເສດແມ່ນໃນໂອກາດບຸນປີໃໝ່່ປະຈໍາຊາດນີ້.
ທ່ານປະທານຄະນະກໍາມະການສູງການແນວໂຮມປະເທດຊາດຫວຽດນາມ ມອບຂອງຂັວນບຸນເຕັດ ຢູ່ແຂວງເຮົ້າຢາງ - ảnh 1 ທ່ານ ເຈິ່ນແທັງເໝີນ ກ່າວຄໍາເຫັນທີ່ການພົບປະ 

ວັນທີ 29 ມັງກອນ, ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີນ ໄດ້ມີການຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄົນງານ ແລະ ບັນດາຄອບຄົວທຸກຍາກ ໃນບໍລິເວນແຂວງ ເຮົ້າຢາງ, ເນື່ອງໃນໂອກາດບຸນປີີໃໝ່່ປະຈໍາຊາດ ປີກຸນ 2019. ທີ່ບໍລິສັດຫຸ້ນສ່ວນຕັດຫຍິບ ຍ່າແບ໊, ນະຄອນ ວິແທັງ ທ່ານເຈິ່ນແທັງເໝີນ ໄດ້ມອບຂອງຂວັນຈໍານວນ 50 ພູດ ໃຫ້ແກ່ກໍາມະກອນ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ. ແຕ່ລະພູດມີມູນຄ່າເປັນເງິນສົດ 1 ລ້ານດົ່ງ ແລະ ບັນດາເຄື່ອງຂອງທີ່ຈໍາເປັນໃນຊີວິດປະຈໍາວັນ. ທ່ານປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີນ ສະເໜີີວ່າ ແຂວງເຮົ້າຢາງ ສືບຕໍ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ກໍາມະກອນ, ຄົນງານໃນບໍລິເວນແຂວງໃຫ້ເປັນຢ່າງດີກວ່າ, ພິເສດແມ່ນໃນໂອກາດບຸນປີໃໝ່່ປະຈໍາຊາດນີ້. ບັນດາກໍາມະກອນ, ຄົນງານ ຍາມໃດກໍພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ປະຕິບັດສໍາເລັດວຽກງານການຜະລິດ, ດໍາເນີນທຸລະກິດໄດ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງແຂວງເຮົ້າຢາງ.


ຕອບກັບ

ຂ່າວ/ບົດ​ອື່ນ