ທ່ານ ຫງວຽນແທ່ງລອງ ແລະ
ທ່ານ Alberto Anaya Gutierez
(ພາບ: VOH)
vovworld - ຕອນບ່າຍວັນທີ 8/9, ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກແຮງງານ ເມກຊິກໂກ ໂດຍ ທ່ານ Alberto Anaya Gutierez ເລຂາທິການໃຫຍ່ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມມ ທ່ານ ຫງວຽນແທ່ງລອງ ປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ແນະນຳກ່ຽວກັບບັນດາໝາກຜົນດ້ານເສດຖະກິດ - ສັງຄົມ ເຊິ່ງ ປະຊາຊົນນະຄອນບັນລຸໄດ້ໃນໄລຍະຜ່ານມາ. ທ່ານ ຫງວຽນແທ່ງລອງ ຢືນຢັນວ່າ ອົງຄະນະພັກ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ປາກຖະໜາວ່າ ພັກອອກແຮງງານ ເມກຊິກໂກ ຈະສືບຕໍ່ຍູ້ແຮງ ແລະ ຫັນບັນດາເຄື່ອນໄຫວຮ່ວມມືໃຫ້ປະກົດຜົນຕົວຈິງກັບພັກກອມມຸນິດຫວຽດນາມເວົ້າລວມ ແລະ ອົງຄະນະພັກນະຄອນ ໂຮ່ຈີມິນ ເວົ້າສະເພາະ, ເພື່ອແນໃສ່ຊຸກຍູ້ຄວາມເຂົ້າອົກເຂົ້າໃຈ, ຄວາມສາມັກຄີ ລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລວມລະຫວ່າງສອງປະເທດ ຫວຽດນາມ ແລະ ເມກຊິກໂກ.
ສ່ວນທ່ານ Alberto Anaya Gutierez ເລຂາທິການໃຫຍ່ ແລະ ບັນດາສະມາຊິກໃນຄະນະ ໄດ້ຕີລາຄາສູງ ບົດບາດ ແລະ ທີ່ຕັ້ງຂອງ ນະຄອນ ໂຮ່ຈີມິນ ໃນການຕໍ່ສູ້ປົກປ່ອຍປະເທດຊາດໃນເມື່ອກ່ອນ ແລະ ໃນໄລຍະກໍ່ສ້າງພັດທະນາ ຫວຽນາມ ໃນປະຈຸບັນ.