( vovworld ) - ວັນທີ 18/5, ທ່ານປະທານປະເທດ Truong Tan Sang ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບໝູ່ພະນັກງານ, ພາລະກອນສູນເຂດຮ້ອນຫວຽດນາມ - ລັດເຊຍ. ທ່ານປະທານປະເທດ Truong Tan Sang ໄດ້ຕີລາຄາສູງບັນດາໝາກຜົນໃນການເຄື່ອນໄຫວທຸກດ້ານຂອງສູນເຂດຮ້ອນໃນຕະຫຼອດກວ່າ 2 ທົດສະວັດທີ່ຜ່ານມາ, ເນັ້ນໜັກວ່າ ການປະຕິບັດບົດບາດໜ້າທີ່ຂອງສູນເຂດຮ້ອນໃນປະຈຸບັນ, ພວມຫັນໄປສູ່ໄລຍະພັດທະນາໃໝ່ດ້ວຍຈຸດສຸມແມ່ນຍູ້ແຮງບັນດາການເຄື່ອນໄຫວຄົ້ນຄວ້າ, ນຳໃຊ້ ແລະ ຖ່າຍທອດເຕັກໂນໂລຊີ, ບົນພື້ນຖານຮ່ວມມືໂດຍກົງກັບບັນດາອົງການວິທະຍາສາດ, ເຕັກໂນໂລຊີ ແລະ ຜະລິດຂອງສະຫະພັນລັດເຊຍ ກ່ຽວກັບເສດຖະກິດ, ປ້ອງກັນປະເທດ. ທ່ານປະທານປະເທດ Truong Tan Sang ໄດ້ສະເໜີໃຫ້ບັນດາພະນັກງານ,ພາລະກອນຂອງສູນເຂດຮ້ອນ ຄວນມານະພະຍາຍາມກ່ວາອີກເພື່ອປະຕິບັດສຳເລັດໜ້າທີ່ ເຊິ່ງທັງສອງປະເທດໄດ້ມອບໝາຍໃຫ້, ກ້າວໄປເຖິງເປີດກວ້າງການຮ່ວມມືກັບບັນດາອົງການວິທະຍາສາດເຕັກໂນໂລຊີທີ່ຄ້າຍຄືກັນຂອງພາກພື້ນ ແລະ ຢູ່ໃນໂລກ, ກາຍເປັນຮາກຖານບຳລຸງສ້າງຊັບພະຍາກອນມະນຸດດ້ານວິທະຍາສາດ ເຕັກໂນໂລຊີ ທີ່ມີລະດັບຄວາມຮູ້ສູງຂອງຫວຽດນາມ.