( vovworld ) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ຕອນບ່າຍວັນທີ 26/7, ທ່ານປະທານປະເທດຫວຽດນາມ Truong Tan Sang ແລະ ຄະນະຜູ້ແທນຂັ້ນສູງຫວຽນາມ ໄດ້ເດີນທາງຮອດ ສະຫນາມບິນ Vnukovo 2 ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ. ນີ້ແມ່ນການໄປຢ້ຽມຢາມເອີລົບ ເປັນຄັ້ງທຳອິດໃນຖານະຕຳແໜ່ງໃໝ່ຂອງ ທ່ານປະທານປະເທດ Truong Tan Sang ແລະ ທ່ານປະທານປະເທດ Truong Tan Sang ແມ່ນປະມຸກລັດຈາກທະວີບອາຊີ ຄົນທຳອິດຢ້ຽມຢາມລັດເຊຍ ພາຍຫຼັງທ່ານປະທານາທິບໍດີ Putin ໄດ້ຮັບການເລືອກຕັ້ງໃນອາຍຸການໃໝ່.
ໃນຂອບເຂດການຢ້ຽມຢາມໃນລະຫວ່າງວັນທີ 26 – 30/7, ທ່ານປະທານປະເທດຫວຽດນາມ ຈະມີການພົບປະເຈລະຈາກັບທ່ານປະທານນາທິບໍດີລັດເຊຍ Vladimir Putin. ທ່ານປະທານປະເທດກໍຈະພົບຫາລືກັບທ່ານນາຍົກລັດຖະມົນຕີ ທັງເປັນປະທານພັກປະເທດລັດເຊຍ ເອກະພາບ Dmitry Medvedev ແລະ ບັນດາການນຳຂັ້ນສູງອື່ນຂອງລັດເຊຍ. ນອກຈາກນັ້ນ, ທ່ານປະທານປະເທດ Truong Tan Sang ຈະໄປຢ້ຽມຢາມເຂດປົກຄອງຕົນເອງ Nhenhetsky ແລະ ເຂົ້າຮ່ວມພິທີຕ້ອນຮັບຜະລິດຕະພັນນ້ຳມັນຊຸດທຳອິດຂອງບໍ່ນ້ຳມັນທາງທິດຕາເວັນຕົກ Khosedai ຂອງບໍລິສັດຮ່ວມ Rusvietpetro ແລະ ບັນດາການເຄື່ອນໄຫວອື່ນເຊິ່ງນອນໃນຂອບເຂດຂອງການຢ້ຽມຢາມ.
ການຢ້ຽມຢາມຂອງທ່ານປະທານປະເທດ Truong Tan Sang ຄັ້ງນີ້ ເພື່ອແນໃສ່ປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ, ພ້ອມທັງເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃນເຊິ່ງກັນ ແລະ ກັນລະຫວ່າງການນຳຂັ້ນສູງສອງປະເທດ ແລະ ລະຫວ່າງປະຊາຊົນສອງປະເທດ.