ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບການນຳບັນດາກຸ່ມບໍສັດແຖວໜ້າຂອງ ສ.ເກົາຫຼີ

(VOVWORLD) -ຕອນເຊົ້າວັນທີ 06 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບວິສາຫະກິດແຖວໜ້າບາງແຫ່ງຂອງ ສ.ເກົາຫຼີ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບການນຳບັນດາກຸ່ມບໍສັດແຖວໜ້າຂອງ ສ.ເກົາຫຼີ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Hyosung)

        ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ, ຕອນເຊົ້າວັນທີ 06 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບວິສາຫະກິດແຖວໜ້າບາງແຫ່ງຂອງ ສ.ເກົາຫຼີ.

        ທີ່ບັນດາການຕ້ອນຮັບ, ທ່ານປະທານປະເທດ ສະເໜີໃຫ້ບັນດາກຸ່ມບໍລິສັດສືບຕໍ່ລົງທຶນເຂົ້າທ້ອງຖິ່ນຕ່າງໆຂອງ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ, ເຕັກໂນໂລຊີສູງ, ປົກປັກຮັກສາສິ່ງແວດລ້ອມ. ທີ່ການຕ້ອນຮັບປະທານກຸ່ມບໍລິສັດ Hyosung, ທ່ານ Hyun Joon, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງເລື່ອງ ກຸ່ມບໍລິສັດ Hyosung ລົງທຶນຢ່າງມີປະສິດທິຜົນຢູ່ ຫວຽດນາມ; ສະເໜີໃຫ້ກຸ່ມບໍລິສັດຍົກເງິນລົງທຶນເຂົ້າ ຫວຽດນາມ ຂຶ້ນທົບ 2 ເທົ່າ.

        ທີ່ການຕ້ອນຮັບທ່ານຮອງປະທານ ທັງເປັນຜູ້ອຳນວຍການໃຫຍ່ Samsung Electronics, Han Jong hee, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງເລື່ອງ ກຸ່ມບໍລິສັດມີແຜນການເປີດກວ້າງການລົງທຶນຢູ່ ຫວຽດນາມ, ຍົກວົງເງິນການຄ້າຂຶ້ນ 20 ຕື້ USD ແລະ ປາດຖະໜາວ່າ Samsung ຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດອຸດສາຫະກຳສຳຮອງ, ອຸດສາຫະກຳອັດສະລິຍະ…

        ທີ່ການຕ້ອນຮັບທ່ານ Kang Seoghoon, ປະທານ ທັງເປັນຜູ້ອຳນວຍການບໍລິຫານທະນາຄານ KDB, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ KDB ສືບຕໍ່ພັດທະນາຢ່າງແຮງ ໜູນຊ່ວຍວິສາຫະກິດສ.ເກົາຫຼີ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນການພັດທະນາການເງິນສີຂຽວ ແລະ ຍືນຍົງ, ພິເສດແມ່ນຊຸກຍູ້ການພັດທະນາຕະຫຼາດພັນທະບັດສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ