ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ໄວ້ອາໄລ ປະທານໂຮ່ຈີມິນ
(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງບໍ່ຢຸດຢັ້ງຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ໄວ້ອາໄລ ປະທານ ໂຮ່ຈີມິນ (ພາບ: TTXVN) |
ຕອນເຊົ້າວັນທີ 28 ສິງຫາ, ຢູ່ເຮືອນເລກທີ 64 ຢູ່ເຂດປູສະນີຍະສະຖານປະຫວັດສາດ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽນ ໄວ້ອາໄລ ປະທານ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, 52 ປີແຫ່ງວັນປະທານໂຮ່ຈີມິນເຖິງແກ່ມໍລະນະກຳ ແລະ ກໍ່ຄື 52 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງບໍ່ຢຸດຢັ້ງຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ປີນີ້ ແມ່ນປີທຳອິດ ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ດ້ວຍຄວາມມຸ່ງມາດປາດຖະໜາກຂອງ ຊາດ ຫວຽດນາມ ແມ່ນນຳປະເທດໄປສູ່ຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ.