ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເລີ່ມ​ຕົ້ນ​ການໄປ​ປະ​ຕິ​ບັດງານ​ຢູ່ ອານ​ຢາງ

(VOVWORLD) -ຕອນເຊົ້າວັນທີ 18 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນ ຢູ່ເຂດປູຊະນີຍະຖານ ປະຫວັດສາດ ເຂດອະນຸສອນສະຖານ ປະທານໂຕນດຶກທັ້ງ ຢູ່ ໝີຮ່ວາຮຶງ, ນະຄອນລອງຊວຽນ, ແຂວງ ອານຢາງ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເລີ່ມ​ຕົ້ນ​ການໄປ​ປະ​ຕິ​ບັດງານ​ຢູ່ ອານ​ຢາງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໝັກວ່າ ທ່ານປະທານ ໂຕນດຶກທັ໊ງ ເປັນແບບຢ່າງທີ່ໃສແຈ້ງກ່ຽວກັບນ້ຳໃຈຮັກຊາດ (ພາບ: VOV)

ອາໄລຫາ ທ່ານປະທານ ໂຕນດຶກທັ້ງ ໂດຍແມ່ນໜຶ່ງໃນບັນດານັກຮົບລຸ້ນທຳອິດຂອງຂະບວນການກຳມະກອນ ແລະ ຂະບວນການປະຕິວັດກຳມະຊີບ ຫວຽດນາມ, ຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດຊົນເຜົ່າ ປະຊາທິປະໄຕ, ປະຊາຊົນ ແລະ ການປະຕິວັດລັດທິສັງຄົມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ທ່ານປະທານ ໂຕນດຶກທັ໊ງ ຍາມໃດກໍ່ແມ່ນແບບຢ່າງອັນໃສແຈ້ງ ກ່ຽວກັບນ້ຳໃຈຮັກຊາດ ແລະ  ລັດທິວິລະຊົນປະຕິວັດ, ກ່ຽວກັບ ນິໄສສຸຂຸມ, ລຽບງ່າຍ ແລະ ຄວາມສຸດຈິດສຸດໃຈກັບ ປະຊາຊົນ ເພື່ອໃຫ້ລຸ້ນຄົນຕໍ່ໄປປະຕິບັດຕາມ.

ຫຼັງຈາກນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີວາງສິລາລືກໂຄງການເຊື່ອມຕໍ່ລະຫວ່າງເສັ້ນທາງຫຼວງແຫ່ງຊາດ ເລກ 91 ແລະ ເສັ້ນທາງເວັ້ນນະຄອນ ລອງຊວຽນ. ນີ້ແມ່ນໂຄງການພື້ນຖານໂຄງລ່າງທຳອິດຂອງກະຊວງຄົມມະນາຄົມ ແລະ ຂົນສົ່ງ ໄດ້ເລີ່ມລົງມືກໍ່ສ້າງໃນປີ 2022.

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ນີ້ແມ່ນໂຄງການເສັ້ນທາງເວັ້ນຂັ້ນແຂວງສຸດທ້າຍຂອງ ຫວຽດນາມ. ໂຄງການບໍ່ພຽງແຕ່ຊ່ວຍເຫຼືອການຂົນສົ່ງຈາລະຈອນ ແລະ ສິນຄ້າໃຫ້ລຸລ່ວງເທົ່ານັ້ນ ຫາກຍັງຫຼຸດຜ່ອນຄວາມສ່ຽງເກີດອຸບັດຕິເຫດໃນບໍລິເວນອີກດ້ວຍ. ທ່ານປະເທດປະເທດຢັ້ງຢືນ ຍາມໃດກໍ່ຈະຕິດຕາມ ແລະ ຮ່ວມເດີນທາງກັບການພັດທະນາຂອງແຂວງ ອານຢາງ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ