ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີບັນດາການກຳນົດທິດ ຮ່ວມມືຢູ່ IPEF
(VOVWORLD) - IPEF ໄດ້ຄາດຫວັງວ່າແມ່ນຮູບແບບເຊ່ືອມຕໍ່ເສດຖະກິດທີ່ມີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການວັດທະນາຖາວອນຂອງພາກພື້ນ ແລະ ທົ່ວໂລກ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) |
ວັນທີ 16 ພະຈິກ, ຢູ່ນະຄອນ San Francisco, ອາເມລິກາ ໄດ້ດຳເນີນການພົບປະກັບບັນດາການນຳຂັ້ນສູງ ໃນຂອບເຂດການຮ່ວມມືເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອວັດທະນາຖາວອນ (IPEF). ເຂົ້າຮ່ວມການພົບປະມີ ການນຳຂັ້ນສູງບັນດາພື້ນຖານເສດຖະກິດ APEC, ປະມູກລັດ, ຜູ້ນຳລັດຖະບານ ແລະ ຜູ້ຕາງໜ້າບາງປະເທດ ໃນນັ້ນມີ: ອາເມລິກາ, ອິນເດຍ, ບຣູໄນ, ອິນໂດເນເຊຍ, ສ.ເກົາຫຼີ, ນິວຊີແລນ, ຍີ່ປຸ່ນ, ມາເລເຊຍ, ອົດສະຕາລີ…
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ IPEF ແມ່ນຄວາມມານະພະຍາຍາມລວມເພື່ອແນໃສ່ເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງບັນດາພື້ນຖານເສດຖະກິດໃນສະພາບການໂລກປະເຊີນໜ້າກັບການປ່ຽນແປງຫຼາຍຢ່າງ, ມີໂອກາດ ກໍ່ຄືສິ່ງທ້າທາຍຫຼາຍຢ່າງ. IPEF ໄດ້ຄາດຫວັງວ່າແມ່ນຮູບແບບເຊ່ືອມຕໍ່ເສດຖະກິດທີ່ມີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການວັດທະນາຖາວອນຂອງພາກພື້ນ ແລະ ທົ່ວໂລກ.