ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີ ໄຂປາກກາຂຽນຍາມລະດູບານໃໝ່ຢູ່ ຮ່າໂນ້ຍ
(VOVWORLD) - ທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຂຽນວ່າ: “ຂໍ້ສະແດງຄວາມອາໄລຫາ ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳໂລກ ຫງວຽນຈ້າຍ”.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມພິທີ (ພາບ: TTXVN) |
ຕອນເຊົ້າວັນທີ 18 ກຸມພາ - ກົງກັບວັນທີ 9 ເດືອນຈຽງ ປີມະໂລງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂປາກກາຂຽນຍາມລະດູບານໃໝ່ ຢູ່ເຂດອະນຸສາວາລີ ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳໂລກ ຫງວຽນຈ້າຍ, ຢູ່ຕາແສງ ຍິເຄ, ເມືອງເທື່ອງຕິນ, ຮ່າໂນ້ຍ.
ພິທີໄຂປາກກາຂຽນຍາມລະຕູບານໃໝ່ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳຂອງເຂດດິນແດນ ເທື່ອງຕິນ ເຊິ່ງມີມູນເຊື້ອຢາກຮ່ຳຢາກຮຽນ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ສົ່ງເສີມປະຊາຊົນໝົດທຸກຄົນໃນບໍລິເວນ ຍົກສູງການຮ່ຳຮຽນ, ການແຂ່ງຂັນອອກແຮງງານ, ທຳການຜະລິດ.
ທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຂຽນວ່າ: “ຂໍ້ສະແດງຄວາມອາໄລຫາ ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳໂລກ ຫງວຽນຈ້າຍ”.