ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງວິທະຍາຄານປ້ອງ​ກັນ​ຊາດ

(VOVWORLD) - ກ່າວຄຳເຫັນໄຂສົກຮຽນ, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ເພື່ອເພີ່ມທະວີກຳລັງແຮງປ້ອງກັນປະເທດ, ການທະຫານ; ກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນທຸກກໍລະນີ.
ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງວິທະຍາຄານປ້ອງ​ກັນ​ຊາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ້ຽມຢາມຫໍສະໝຸດຂອງວິທະຍາຄານ
(ພາບ:VOV)

ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນ 2023 – 2024 ຂອງວິທະຍາຄານປ້ອງກັນຊາດ. ກ່າວຄຳເຫັນໄຂສົກຮຽນ, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ເພື່ອເພີ່ມທະວີກຳລັງແຮງປ້ອງກັນປະເທດ, ການທະຫານ; ກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນທຸກກໍລະນີ. ທ່ານກ່າວວ່າ:

        “ວິທະຍາຄານຄວນສືບຕໍ່ເປັນເຈົ້າການ, ຕັ້ງໜ້າ, ປະດິດຄິດສ້າງ, ນຳໜ້າໃນການປະຕິບັດແຜນນະໂຍບາຍ “ຄຸນນະພາບການບຳລຸງສ້າງຂອງໂຮງຮຽນແມ່ນຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງ” ເຊິ່ງຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດໄດ້ຊີ້ນຳ. ເສີມຂະຫຍາຍຜົນງານໃນຊຸມປີຜ່ານມາ, ສືບຕໍ່ປ່ຽນແປງໃໝ່ມີລັກສະນະບຸກທະບຸກ່ຽວກັບຫຼັກສູດ, ເນື້ອໃນການສຶກສາ - ບຳລຸງສ້າງ ແລະ ຄົ້ນຄ້ວາວິທະຍາສາດໃຫ້ເໝາະສົມກັບຍຸດທະສາດປົກປັກຮັກສາໃນສະພາບການໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານການບຳລຸງສ້າງ, ຝຶກອົບຮົມພະນັກງານ. ເອົາໃຈໃສ່ປ່ຽນແປງໃໝ່ວຽກງານການຝຶກອົບຮົມ - ບຳລຸງສ້າງ, ພິເສດແມ່ນປ່ຽນແປງໃໝ່ຫຼັກສູດການບຳລຸງສ້າງພະນັກງານຍຸດທະຫານ - ຍຸດທະສາດຂອງກອງທັບ…”

ຕອບກັບ

ຂ່າວ/ບົດ​ອື່ນ