ທ່ານປະທານປະເທດ ຫວຽດນາມ ພົບປະກັບບັນດາການນຳ ຈີນ

(VOVWORLD) -ຕອນບ່າຍວັນທີ 12 ພຶດສະພາ, ທີ່ປະຊຸມໃຫຍ່ຢູ່ນະຄອນຫລວງ ບັກກີງ ປະເທດ ຈີນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານປະທານສະພາປຶກສາການເມືອງແຫ່ງຊາດ ຈີນ ຢ໋ຽວເຈີນຈີ­ງ
ທ່ານປະທານປະເທດ ຫວຽດນາມ ພົບປະກັບບັນດາການນຳ ຈີນ - ảnh 1

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຢ໋ຽວເຈີນຈີງ (ພາບ: TTXVN)

ທີ່ການພົບປະເຈລະຈາ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຂອງສະພາປຶກສາການເມືອງແຫ່ງຊາດ ຈີນ ແລະ ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຢ໋ຽວເຈີນຈີງ ເອງສຳລັບການພັດທະນາສາຍພົວພັນລະຫວ່າງ 2 ພັກ, 2 ລັດ; ສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, 2 ຝ່າຍຄວນພ້ອມກັນມານະພະຍາຍາມກະຕຸກຊຸກຍູ້, ຊີ້ນຳນຳພາເພື່ອນຳຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ ຊາບຊຶມລົງສູ່ທຸກຂັ້ນທຸກຂະແໜງການ ແລະ ຫັນເປັນພຶດຕິກຳຕົວຈີງດ້ວຍບັນດາວຽກເຮັດງານທຳລະອຽດ, ສະເໝີຕົ້ນສະເໝີປາຍ, ສ້າງຄວາມຫັນປ່ຽນຢ່າງແຂງແຮງໃນທຸກຂົງເຂດຮ່ວມມື.

        ທ່ານປະທານສະພາປຶກສາການເມືອງແຫ່ງຊາດ ຈີນ ຢ໋ຽວເຈີນຈີງ ຢືນຢັນວ່າ: ສະພາປຶກສາການເມືອງແຫ່ງຊາດ ຈີນ ຖືເປັນສຳຄັນການພົວພັນແລກປ່ຽນ, ການຮ່ວມມືກັບແນວໂຮມປະເທດຊາດ ຫວຽດນາມ; ເພື່ອແນໃສ່ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການປ່ຽນໃໝ່, ເປີດປະຕູ, ສ້າງສາ ແລະ ພັດທະນາປະເທດຊາດ, ປະກອບສ່ວນປັບປຸງພື້ນຖານສັງຄົມ, ຍູ້ແຮງການພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ນຳການພົວພັນ 2 ປະເທດພັດທະນາປອດໃສ, ສະຖຽນລະພາບ ເພື່ອຜົນປະໂຫຍດພື້ນຖານ ແລະ ຍາວນານຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.

ທ່ານປະທານປະເທດ ຫວຽດນາມ ພົບປະກັບບັນດາການນຳ ຈີນ - ảnh 2 ທ່ານ ຈີ່ນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານຈ໋າງເຕີຈຽງ (ພາບ: TTXVN)

        ແລະກໍ່ໃນຕອນບ່າຍວັນທີ 12 ພຶດສະພາ, ທີ່ຫໍປະຊຸມໃຫຍ່ຢູ່ນະຄອນຫລວງ ບັກກີງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານຫົວໜ້າກຳມະການໃນຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຈ໋າງເຕີຈຽງ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 12 ພຶດສະພາ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານ ຫຼືວຟານສື ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາສູນກາງພັກກອມມູນິດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ