ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ ເຂົ້າຢ້ຽມອຳລາ
(VOVWORLD) -ຕອນບ່າຍວັນທີ 15 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: TTXVN) |
ເມື່ອແລກປ່ຽນໃນການຕ້ອນຮັບ, ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມຫວັງວ່າ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນທັດສະນະຂອງ ຫວຽດນາມ ນັ້ນແມ່ນ ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ; ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຜ່ານການເຈລະຈາ ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍຫວັງວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດດີຈີຕອນ, ການເຕີບໂຕຂຽວ, ພະລັງງານຜະລິດຄືນໃໝ່…
ສ່ວນທ່ານນາງເອກອັກຄະລັດຖະທູດ Robyn Mudie ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ເຖິງວ່າຈະຮັບໜ້າທີ່ໃໝ່ກໍຕາມ, ແຕ່ຍາມໃດທ່ານນາງກໍຈະມານະພະຍາຍາຍາມໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີຄວາມມານະພະຍາຍາມໃນການຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ.