ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ

(VOVWORLD) -  ຕອນບ່າຍວັນທີ 25 ສິງຫາ, ຢູ່ທຳນຽບປະທານປະເທດຫວຽດນາມ ທ່ານ ຫງວຽນຊວັນຟຸກ  ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Choi Young – joo, ອະດີດປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ປະທານກຸ່ມບໍລິສັດ Panko ສ.ເກົາຫຼີ.
ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ - ảnh 1ທ່ານ ຫງວຽນຊວັນຟຸກ  ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Choi Young – joo, ອະດີດປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ປະທານກຸ່ມບໍລິສັດ Panko ສ.ເກົາຫຼີ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ກຸ່ມບໍລິສັດ Panko ທີ່ໄດ້ປະກອບສ່ວນຍົກວົງເງິນການຄ້າ ຫວຽດນາມ - ສ.ເກົາຫຼີ ບັນລຸໄດ້ 100 ຕື້ USD ໃນໄລຍະຈະມາເຖິງໂດຍໄວ. ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ກຸ່ມບໍລິສັດ ແລະ ບັນດາວິສາຫະກິດ ສ.ເກົາຫຼີ ສືບຕໍ່ພິຈາລະນາເປີດກວ້າງການລົງທຶນຢູ່ ຫວຽດນາມ ຕາມທິດເພີ່ມທະວີການໝູນໃຊ້ເຕັກໂນໂລຢີສູງ, ເຕັກໂນໂລຢີສີຂຽວ, ສະອາດ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ. ວິສາຫະກິດຕ່າງໆທີ່ພວມເຄື່ອນໄຫວຢູ່ ຫວຽດນາມ ສືບຕໍ່ສ້າງວຽກເຮັດງານທຳ, ເອົາໃຈໃສ່ເຖິງການບຳລຸງສ້າງອາຊີບ, ຮັບປະກັນສະພາບແວດລ້ອມໃນການເຮັດວຽກ ແລະ ເບິ່ງແຍງດູແລຊີວິດໃຫ້ແກ່ແຮງງານ ຫວຽດນາມ ຫຼາຍກວ່າອີກ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍປາດຖະໜາວ່າ ທ່ານ Choi Young – joo ຈະຕັ້ງໜ້າໂຄສະນາສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ສະດວກຢູ່ ຫວຽດນາມ ເພື່ອໃຫ້ນັບມື້ນັບມີວິສາຫະກິດ ສ.ເກົາຫຼີ ຫຼາຍແຫ່ງເລືອກມາລົງທຶນຢູ່ ຫວຽດນາມ. ພ້ອມດຽວກັນນັ້ນ, ຊຸກຍູ້ການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໃນນັ້ນ ມີການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ຄົບຮອບ 30 ປີ ໃນປີນີ້.

        ສ່ວນທ່ານ Choi Young – joo ປະທານກຸ່ມບໍລິສັດ Panko ໃຫ້ຮູ້ວ່າ ກຸ່ມບໍລິສັດ Panko ຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບາງຂົງເຂດ ນອກຈາກຕ່ຳແຜ່ນຕັດຫຍິບ, ພ້ອມທັງມີວິສາຫະກິດ ສ.ເກົາຫຼີ ຫຼາຍແຫ່ງຖື ຫວຽດນາມ ແມ່ນບ່ອນລົງທຶນທີ່ດຶງດູດໃຈ. ທ່ານກໍຢາກໃຫ້ລັດຖະບານ ຫວຽດນາມ ເອື້ອອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ