ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງປ້ອງກັນປະເທດ

(VOVWORLD) -ຕອນເຊົ້າວັນທີ 17 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຄຸ້ມຄອງບັນດາກຳລັງປະກອບອາວຸດ, ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກະຊວງປ້ອງກັນປະເທດ ຢູ່ຮ່າໂນ້ຍ.
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງປ້ອງກັນປະເທດ - ảnh 1 (ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຮັດວຽກກັບ ກະຊວງປ້ອງກັນປະເທດ)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ ຄະນະພັກການທະຫານສູນກາງ; ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳ, ນຳພາ, ຊາບຊືມ, ຜັນຂະຫຍາຍການປະຕິບັດບັນດາມະຕິຂອງສູນກາງ; ບັນດາຄາດໝາຍ, ໜ້າທີ່ຊຶ່ງມະຕິກອງປະຊຸມໃຫຍ່ອົງຄະນະກອງທັບພັກ ຄັ້ງທີ X ທີ່ໄດ້ກຳນົດໃຫ້ເປັນຢ່າງດີ, ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊຮອບດ້ານ; ກຳແໜ້ນສະພາບການເປັນປະຈຳ, ເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມຕິດພັນກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ…

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສົມທົບກັນຢ່າງແໜ້ນແຟ້ນກັບ ຕຳຫຼວດປະຊາຊົນຫວຽດນາມ ແລະ ບັນດາກຳລັງທີ່ກ່ຽວຂ້ອງເດັດດ່ຽວຕໍ່ສູ້ເຮັດໃຫ້ທຸກກົນອຸບາຍການເຄື່ອນໄຫວມ້າງທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກຖືກປະລາໄຊ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາເຫດການສຳຄັນດ້ານການເມືອງ, ບັນດາວັນບຸນໃຫຍ່ຂອງຊາດ, ພິເສດແມ່ນບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ APEC 2017 ທີ່ຈັດຕັ້ງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ