ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ
|
(vovworld)- ເພື່ອມຸ່ງໄປສູ່ງວັນແມ່ຍິ່ງສາກົນຄືວັນທີ 8/3, ຕອນບ່າຍວັນທີ 28/2, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ພົບປະກັບນັກທຸລະກິດຍິງ 100 ຄົນທີ່ໄດ້ຮັບລາງວັນ “ກັບດອກກູຫຼາບຄຳ 2013” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມມອບໃຫ້. ນີ້ແມ່ນບັນດານັກທຸລະກິດຍິງທີ່ດີເດັ່ນໃນການເຄື່ອນໄຫວ, ຜະລິດ, ດຳເນີນທຸລະກິດ, ໃນສະພາວະເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ແຕ່ໄດ້ຢືນຢູ່ຢ່າງໝັ້ນຄົງ, ຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງເສດຖະກິດແຫ່ງຊາດ. ທີ່ການພົບປະສ້າງສັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຢືນຢັນວ່າ ດ້ວຍບັນດາແຜນນະໂຍບາຍ, ນະໂຍບາຍເພື່ອຄວາມກ້າວໜ້າຂອງແມ່ຍິງຫວຽດນາມ, ໃນໄລຍະທີ່ຜ່ານມາ, ປະຊາຄົມນັກທຸລະກິດຍິງຫວຽດນາມນັບມື້ນັບຢັ້ງຢືນທີ່ຕັ້ງບົດບາດສຳຄັນຂອງຕົນໃນພາລະກິດພັດທະນາເສດຖະກິດສັງຄົມ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ກ່າວວ່າ :
“ ການດຳເນີນທຸລະກິດແມ່ນຕ້ອງສ້າງຊີວິດຄອບຄົວໃຫ້ດີຂຶ້ນ, ພ້ອມທັງ ປະກອບສ່ວນໃຫ້ສັງຄົມ. ມີສິ່ງໜຶ່ງທີ່ສູງສົ່ງ, ນັ້ນແມ່ນນອກຈາກການກະທຳທີ່ມີຄວາມໝາຍອັນໃຫຍ່ຫຼວງນັ້ນ, ວິສາຫະກິດພັດທະນາ ແມ່ນສາມາດສ້າງວຽກເຮັດງານທຳໃຫ້ແຮງງານນັບພັນຄົນ, ເຮັດໃຫ້ຫຼາຍໆຄອບຄົວມີຄວາມອີ່ມໜຳສຳລານ ແລະ ຜາສຸກ. ມັນກໍຍິ່ງມີຄວາມໝາຍກ່ວາການຫັກເງິນນັບຕື້ດົງເພື່ອເຮັດວຽກງານເພື່ອການກຸສົນ. ຊີວິດການເປັນຢູ່ໄດ້ຮັບການພັດທະນາ ແມ່ນຍ້ອນມີການຜະລິດ. ການຜະລິດແມ່ນເລີ່ມມາຈາກນັກທຸລະກິດ, ໃນນັ້ນມີນັກທຸລະກິດຍິ່ງ”.