ທ່ານປະທານປະເທດ ເຈີ່ນດ້າຍກວາງ ສົ່ງຈົດໝາຍອວຍພອນບຸນໄຫວ້ພະຈັນ 2017

(VOVWORLD) - ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ ປີ 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົ່ງຈົດໝາຍເຖິງພວກນ້ອງອະນຸຊົນ, ເຍົາວະຊົນໃນທົ່ວປະເທດ. 
ທ່ານປະທານປະເທດ ເຈີ່ນດ້າຍກວາງ ສົ່ງຈົດໝາຍອວຍພອນບຸນໄຫວ້ພະຈັນ 2017 - ảnh 1 ພາບປະກອບ

ໃນຈົດໝາຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົ່ງຄວາມຮັກແພງທີ່ສຸດເຖິງພວກນ້ອງອະນຸຊົນ, ເຍົາວະຊົນໃນທົ່ວປະເທດ, ພວກນ້ອງນ້ອຍ ຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ພວກນ້ອງນ້ອຍຊາວ ຕ່າງປະເທດຢູ່ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ວັນບຸນໄຫວ້ພະຈັນປີນີ້, ພວກນ້ອງໄດ້ຮັບຂອງຂວັນທີ່ມີຄວາມໝາຍທີ່ສຸດ, ນັ້ນແມ່ນກົດໝາຍວ່າດ້ວຍເດັກນ້ອຍ ມີຜົນສັກສິດແຕ່ວັນທີ 1 ມິຖຸນາປີ 2017 ດ້ວຍຫຼາຍການກຳນົດໃໝ່, ຄົບຖ້ວນ ແລະ ລະອຽດກ່ຽວກັບສິດທິເດັກ, ຮັບຜິດຊອບຂອງຫົວໜ່ວຍ, ອົງການຈັດຕັ້ງ, ຮາກຖານການສຶກສາ, ຄອບຄົວ, ບຸກຄົນໃນການປະຕິບັດສິດທິເດັກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ອວຍພອນໃຫ້ພວກນ້ອງ ອະນຸຊົນ, ເຍົາວະຊົນໃນທົ່ວປະເທດ ກ້າວເຂົ້າສູ່ສົກຮຽນໃໝ່ ດ້ວຍຫຼາຍຜົນງານໃໝ່ ແລະ ຕ້ອນຮັບບຸນໄຫວ້ພະຈັນຢ່າງເບິກບານມ່ວນຊື່ນ ແລະ ມີປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ