(vovworld) – ຕອນເຊົ້າວັນທີ 01/12, ຢູ່ເມືອງ 7, ນະຄອນໂຮ່ຈິມິນ, ໄດ້ດຳເນີນການຍ່າງ “ພ້ອມກັນແບ່ງປັນຄວາມຮັກແພງ” ແນໃສ່ຕອບສະໜອງວັນສາກົນເພື່ອຄົນພິການ 03/12.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ມອບຂອງຂວັນ 12 ພູດ, ແຕ່ລະພູດມີມູນຄ່າ 5 ລ້ານດົງ ໃຫ້ແກ່ 12 ແບບຢ່າງດີເດັ່ນເຊິ່ງແມ່ນເດັກພິການ ທີ່ຕາງໜ້າໃຫ້ບັນດາເຂດແຂ້ວນໃນທົ່ວປະເທດ. ນ້ອງ ຟານທິຣ໋າດ, ບ້ານເກີດ ຢູ່ແຂວງ ນິງທ້ວນ, ເປັນໜຶ່ງໃນບັນດາແບບຢ່າງດີເດັ່ນທີ່ໄດ້ຮັບຂອງຂວັນ ສະແດງຄວາມເຫັນວ່າ.
“ນ້ອງເຫັນວ່າຕົນເອງມີຄວາມໂຊກດີ ແລະ ເປັນກຽດແມ່ນໜຶ່ງໃນບັນດາພວກເດັກໄດ້ຮັບຂອງຂວັນຈາກປະທານປະເທດ. ນ້ອງຫວັງວ່າ, ພັກ ແລະ ລັດ ຈະເອົາໃຈໃສ່ເຖິງພວກເພື່ອນກວ່າອີກ ເພື່ອໃຫ້ພວກເພື່ອນມີມານະຈິດປືນຕົວຂຶ້ນ”.
ກອນໜ້ານັ້ນຄືໃນວັນທີ 30/11, ຢູ່ຮ່າໂນ້ຍ ໄດ້ຈັດວັນສາກົນເພື່ອຄົນພິການຢ່າງສົມກຽດເຊັ່ນດ່ຽວກັນ, ວັນສາກົນເພື່ອຄົນພິການປີນີ້ມີຫົວຂໍ້ວ່າ “ລົບລ້າງຮົ້ວກີດຂວາງ, ເປີດປະຕູເພື່ອໂລກເຊື່ອມໂຍງຂອງທຸກໆຄົນ”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທ້ຢວານ ໄດ້ຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸຊົນ, ບັນດາອົງການຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຊ່ວຍເຫຼືອຄົນພິການ ເພື່ອໃຫ້ເຂົາເຈົ້າເພີ່ມຄວາມໄວເນື້ອເຊື່ອໃຈ ແລະ ມີມາລະຈິດປືນຕົວຂຶ້ນໃນຊີວິດ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະມາຄົມຄົນພິການຈະມານະພະຍາຍາມແມ່ນສະຖານທີ່ໄວ້ວາງໃຈຊ່ວຍເຫຼືອຄົນພິການ. ທ່ານນາງກໍ່ຫວັງວ່າ ຄົນພິການສືບຕໍ່ປືນຕົວຂຶ້ນຜ່ານຜ່າບັນດາຮົ້ວກີດຂວາງຂອງຕົນເອງ, ຕັດສິນໃຈສູ້ຊົນ, ກ້າຫານເຂົ້າຮ່ວມການເຄື່ອນໄຫວຂອງວົງຄະນະຍາດ ແລະ ສັງຄົມຫຼາຍກວ່າອີກ.