ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະພາແຫ່ງຊາດ Sudan
(ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະພາແຫ່ງຊາດ Sudan)
(vovworld) – ຕອນບ່າຍວັນທີ່ 29/3, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ Susan, Al Fatih Izzeldin Al Mansour, ທີ່ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ Susan ພວມເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນ ລັດຖະສະພາສາກົນ ຄັ້ງທີ 132 (IPU-132) ເຊິ່ງພວມດຳເນີນຢູ່ຫວຽດນາມ. ໃນການຕ້ອນຮັບ, ທ່ານປະທານປະເທດຄຳນັບຊົມເຊີຍຄະນະຜູ້ແທນສະພາຕຳ່Sudan ມາຫວຽດນາມເຂົ້າຮ່ວມ IPU 132 ແລະ ຢືນຢັນວ່າ: ນີ້ແມ່ນການເຄື່ອນໄຫວສືບທອດມູນເຊື້ອມິດຕະພາບລະຫວ່າງ 2 ປະເທດກໍ່ຄືການຮ່ວມມືໃນບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ. ເມື່ອຕີລາຄາສູງພາລະບົດບາດຂອງ Sudan ໃນພາກພື້ນ ແລະ ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ທ່ານປະທານປະເທດສະເໜີSudan ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນໃນຂົງເຂດນຳ້ມັນອາຍແກັສ, ໂທລະຄົມ ຢູ່Sudan, ພ້ອມກັນນັ້ນ 2 ຝ່າຍຕ້ອງກວດກາຄືນ ບັນດາສັນຍາທີ່ໄດ້ຮັບການລົງນາມ ເພື່ອເປັນພື້ນຖານຍູ້ແຮງການແລກປ່ຽນເສດຖະກິດການຄ້າລະຫວ່າງ 2 ປະເທດ ແລະ 2 ພາກພື້ນ.