(ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ)
(vovworld) - ວັນທີ 23/07, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງລັດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມປະເທດອາເມລິກາ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານາທິບໍດີອາເມລິກາ Barack Obama. ຕາມແຜນການແລ້ວ, ຄາດວ່າ ໃນໄລຍະຢູ່ຢ້ຽມຢາມອາເມລິກາ ຢ່າງເປັນທາງການແຕ່ວັນທີ 24 – 26/07/2013, ທ່ານປະທານປະເທດ ເຈືອງເຕີນຊາງ ຈະມີການເຈລະຈາ, ພົບປະເຈລະຈາກັບການນຳລັດ, ສະພາແຫ່ງຊາດອາເມລິກາ, ພົບປະກັບວົງການການເມືອງ, ວິສາຫະກິດ, ນັກຮຽນຮູ້... ບັນດາສະມາຊິກໃນຄະນະກໍ່ຈະມີການພົບປະແລກປ່ຽນກັບບັນດາອົງການຄູ່ຮ່ວມມື, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດຫວຽດນາມ - ອາເມລິກາ.