ທ່ານປະທານປະເທດ ເຈືອງເຕີນຊາງ ລົງ ອວຍພອນປີໃໝ່ຜູ້ຕາງ ໜ້າວົງຄະນະຍາດຊົນ ເຜົ່າຫວຽດນາມ
ທ່ານປະທານປະເທດ ເຈືອງເຕີນຊາງ ລົງອວຍພອນປີໃໝ່ຜູ້ຕາງໜ້າວົງຄະນະຍາດຊົນເຜົ່າຫວຽດນາມ
(ພາບ: quehuongonline.vn)
(vov world) ຕອນເຊົ້າວັນທີ 4/2, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ຜູ້ຕາງໜ້າບັນດາຊົນເຜົ່າຫວຽດນາມ, ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ຮັບຟັງບົດລາຍງານກ່ຽວກັບການປະຕິບັດໂຄງການ ແລະ ການປະຕິບັດກິດຈະກຳວັດທະນະທຳຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ. ທ່ານປະທານປະເທດຫວັງວ່າ: ພະນັກງານ, ຜູ້ຊ່ຽວຊານ, ກຳມະກອນເຕັກນິກ ຄວນສຸມຈິດສຸມໃຈເພື່ອສ້າງບ່ອນນີ້ກາຍເປັນໂຄງການລະດັບຊາດ, ສົມເປັນບ່ອນອະນຸລັກຮັກສາ ເສີມຂະຫຍາຍ, ຄົ້ນຄ້ວາຄຸນຄ່າວັດທະນະທຳຂອງບັນດາເຜົ່າຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕັກເຕືອນຄະນະຄຸ້ມຄອງຕ້ອງສຸມໃສ່ການຂຸດຄົ້ນ, ສ້າງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຫາກໍ່ຍ້າຍມາດຳລົງຊີວິດເປັນຢ່າງດີ, ສະແດງໃຫ້ເຫັນນະໂຍບາຍມະຫາສາມັກຄີແຫ່ງຊາດ ຂອງພັກ, ລັດ ຢ່າງມີຊີວິເຊີວາ, ຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມຢ່າງກ້າວໜ້າ, ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ຢ່າງມີປະສິດທິຜົນ. ທ່ານປະທານປະເທດ ຢືນຢັນວ່າ: ພັກ ແລະ ລັດຍາມໃດກໍ່ກຳນົດວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ແມ່ນຈຸດໝາຍ, ແມ່ນກຳລັງໜູນຊຸກຍູ້ເສດຖະກິດ - ສັງຄົມພັດທະນາ ຕິດພັນກັບພາລະກິດຫັນປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.