(ພາບປະກອບ)
(vovworld) - ໃນຈົດໝາຍທີ່ທ່ານປະທານປະເທດ ເຈືອງເຕີນຊາງ ສົ່ງໃຫ້ເຍົາວະຊົນເນື່ອງໃນໂອກາດ 50 ປີແຫ່ງຂະບວນການ “ວຽກດີຫຼາຍຢ່າງ”, ທ່ານໄດ້ເນັ້ນໜັກວ່າ ໃນ 50 ປີຜ່ານມາ, ຂະບວນການ “ວຽກດີຫຼາຍຢ່າງ”, ປະຕິບັດ “ 5 ຄຳສັ່ງສອນຂອງລຸງໂຮ່”, ພ້ອມກັບບັນດາຂະບວນການອື່ນໆຄື; “ແຜນການນ້ອຍ”, “ເບິ່ງແຍງຄອບຄົວທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ”, “ວຽກງານ ເຈີນກ໋ວກຕວານ”, “ຊ່ວຍເຫຼືອຄອບຄົວທຸກຍາກ”... ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນການເຄື່ອນໄຫວຂອງກອງເຍົາວະຊົນ ແລະ ບັນລຸໄດ້ໝາກຜົນໃຫຍ່ຫຼາຍຢ່າງ. ມີເຍົາວະຊົນ, ອະນຸຊົນຫຼາຍຄົນ ບັນລຸໄດ້ຜົນງານດີເດັ່ນໃນການຮໍ່າຮຽນ, ອອກແຮງງານ, ປົກປັກຮັກສາສິ່ງແວດລ້ອມ; ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ສະຕິປະຕິບັດວິໄນ; ການເຄື່ອນໄຫວສັງຄົມ... ແລະ ກາຍເປັນລູກຄຳຮູ້, ນັກຮຽນເກັ່ງ, ສະມາຊິກເຍົາວະຊົນທີ່ດີ, ເປັນຫຼານຄຳຮູ້ດີຂອງລຸງໂຮ່. ທ່ານປະທານປະເທດຫວັງວ່າ ໃນຊຸມປີຈະມາເຖິງ, ເຍົາວະຊົນໃນທົ່ວປະເທດຈະແຂ່ງຂັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ເຂົ້າຮ່ວມຂະບວນການຂອງກອງເຍົາວະຊົນຢ່າງຕັ້ງໜ້າ, ປະຕິບັດ 5 ຄຳສັ່ງສອນຂອງລຸງໂຮ່, ເຮັດວຽກດີຫຼາຍຢ່າງ, ປະກອບສ່ວນເຂົ້າມູນເຊື້ອປະຫວັດສາດອັນສະຫງ່າລາສີຂອງກອງເຍົາວະຊົນໂຮ່ຈິມິນ.