(VOV World) ຕອນເຊົ້າວັນທີ 23/1(ວັນທີ 1/1 ໄລ່ຕາມຈັນທະປະຕິທິນ), ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮຈີມິນ. ປີ 2012, ແມ່ນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມູນິດຫວຽດນາມ, ເຖິງວ່າປະສົບກັບຄວາມຫຍູ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ ແຕ່ອົງຄະນະພັກ, ອຳນາດກາປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນບັນລຸໄດ້ໄຊຊະນະຫຼາຍຢ່າງໃນທຸກໆຂົງເຂດຄື: ເສດຖະກິດ, ວັດທະນະທຳ - ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ທາງນະຄອນຍາມໃດກໍ່ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຄວາມຟົດຟື້ນນັບທັງໃນຈຸດເວລາທີ່ຫຍູ້ງຍາກທີ່ສຸດ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ເພື່ອບັນລຸໄດ້ໝາກຜົນຄືແນວນັ້ນ, ກ່ອນອື່ນໝົດແມ່ນຍ້ອນມີນ້ຳໃຈທີ່ດີຂອງປະຊາຊົນ ພ້ອມກັບການຊີ້ນຳ, ນຳພາຂອງອົງຄະນະພັກ, ອຳນາດການປົກຄອງຂອງນະຄອນ. ໃນວັນທຳອິດຂອງປີໃໝ່ປະຈຳຊາດ, ປີມະໂຣງ 2012, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຝາກຄວາມຫວັງເຖິງອົງຄະນະພັກ, ອຳນາດການປົກຄອງປະຊາຊົນນະຄອນ ໂຮ່ຈີມິນ. ທ່ານກ່າວວ່າ:
“ຂ້າພະເຈົ້າຫວັງວ່າ: ດ້ວຍມູນເຊື້ອທີ່ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ, ອົງຄະນະພັກ, ປະຊາຊົນນະຄອນໂຮຈີມິນ ຈະປະຕິບັດບັນດາໜ້າທີ່ຢ່າງມີໄຊ ແລະ ຄົບຖ້ວນ. ກ່ອນອື່ນໝົດແມ່ນທາງດ້ານເສດຖະກິດ, ການຫັນປ່ຽນຮູບແບບການເຕີບໂຕ, ມີຮູບແບບອົງປະກອບຢ່າງເໝາະສົມ”.