ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ອວຍ​ພອນປີ​ໃໝ່ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ອວຍ​ພອນປີ​ໃໝ່ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ - ảnh 1

ຕອນ​ເຊົ້າ​ວັນ​ທີ 19 ມັງກອນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້ໄປຢ້ຽມຢາມ ​ແລະ ​ອວຍ​ພອນປີ​ໃໝ່​ພະນັກງານ, ນັກຮົບ ກົມ​ເຕັກນິກ​ວິຊາ​ການ I ສັງກັດ ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ​ I, ກະຊວງ​ຕຳຫຼວດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເອົາ​ໃຈ​ໃສ່​ວ່າ ​ໃນ​ຊຸມ​ປິ​ມໍ່ໆ​ມາ​ນີ້, ສະພາບ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໂລກ ​ແລະ ພາກ​ພື້ນ​​ມີ​ການ​ຜັນ​ແຜ່​ຢ່າງ​ສັບສົນ. ສະ​ນັ້ນ, ພະນັກງານ, ນັກຮົບ​ກົມ​ວິ​ຊາ​ການ I ຄວນ​ມີ​ຄວາມຮັບ​ຮູ້​ຢ່າງ​ເລິກ​​ເຊິ່ງກຽວ​ກັບ​ສະພາບ​ການ, ໜ້າ​ທີ່ ​ແລະ ​ເປົ້າ​ໝາຍ​ຕໍ່ສູ້​ຂອງ​ວຽກ​ງານປ້ອງ​ກັນຄວາມ​ສະຫງົບ​​ໃນ​ໄລຍະ​ປະ​ຈຸບັນ. ພິ​ເສດ, ອົງຄະ​ນະ​ພັກ, ການ​ນຳ​ກົມ​ ​ແລະ ​​ພະນັກງານ​ນັກຮົບ​​ແຕ່ລະຄົນຕ້ອງ​ຊາບ​ຊືມ​​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ລັດ ​ແລະ ກະຊວງ​ຕຳ​ຫຼວດຢ່າງ​ເຂັ້ມ​ງວດ, ສຸມ​ໃສ່​ຊີ້​ນຳ​ການປ່ຽນ​ໃໝ່​ລະບົບ​ອຸປະກອນ​ເຕັກ​ນິກ​ທີ່​ທັນ​ສະ​​ໄໝ, ​ເອົາ​ໃຈ​ໃສ່​ວຽກ​ງານ​ກໍ່ສ້າງ​ພັກ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ໃຫ້ມີຄຸນ​ນະທາດດ້ານ​ການ​ເມືອງ​ຢ່າງ​ໝັ້ນຄົງ, ມີ​ລະດັບ​ຄວາມ​ຮູ້​ດ້ານ​ວິທະຍາສາດ​ເຕັກນິກ, ຈິດ​ໃຈ​ສາມັກຄີ ​ແລະ ພ້ອມ​ກັນ​ສູ້​ຮົບ​​​ເພື່ອປະຕິບັດສຳ​ເລັດ​ໜ້າ​ທີ່​​ໃນ​ໄລຍະ​ໃໝ່​ຂອງ​ປະຕິວັດ​​.

        ​ເນື່ອງ​ໃນ​ໂອກາດ​ກ້າວເຂົ້າ​ສູ່ໃນ​ປີ 2012 ​ແລະ ກະກຽມ​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ ປີມະ​ໂຣງ, ຕາງໜ້າ​ໃຫ້​ພັກ ​ແລະ ລັດ, ທ່ານ​ປະທານ​ປະ​ເທດ​​ໄດ້​ອວຍພອນ​​ພະນັກງານ, ນັກຮົບກົມ​ວິ​ຊາ​ການ​ມີສຸຂະ​ພາບ​ເຂັ້ມ​ແຂງ​, ສືບ​ຕໍ່​ຮັບ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ, ປະກອບສ່ວນ​ພ້ອມ​ກັບ​ກຳລັງ​ຕຳຫຼວດ​ປະຊາຊົນ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​​ແຫ່ງ​ຊາດ ​ແລະ ​ຄວາມເປັນລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັບ​ໃຊ້​ໃຫ້​ແກ່​ວິກິດຈະ​ການ​ປ່ຽນ​ແປງ​ໃໝ່​ຂອງປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ