ທ່ານປະທານປະເທດ ເຈືອງເຕິ໋ນຊາງ ອວຍພອນປີໃໝ່ພະນັກງານນັກຮົບກອງທັບ

ທ່ານປະທານປະເທດ ເຈືອງເຕິ໋ນຊາງ ອວຍພອນປີໃໝ່ພະນັກງານນັກຮົບກອງທັບ - ảnh 1
ທ່ານ​ປະທານ​ປະ​ເທດຢ້ຽມຢາມ​ກອງ​ທະຫານ​ພິ​ເສດ 1
(ພາບ: hanoimoi.com)

(vovworld) – ວັນ​ທີ 4/2 ​ເມື່ອ​ໄປ​ຢ້ຽມຢາມ​ກອງ​ທະຫານ​ພິ​ເສດ 1 ​ແລະ ກອງ​ພົນ​ນ້ອຍ​ສື່ສານ 205, ​ເຫຼົ່າ​ທັບ​ສື່ສານ​ຕິດ​ຕໍ່. ທ່ານ​ປະທານ​ປະ​ເທດ​ ເຈືອງເຕິ໋ນຊາງ ໄດ້​ຮຽກຮ້ອງ​ໃຫ້​ພະນັກງານ ນັກຮົບກອງ​ພົນ​ນ້ອຍ ສືບ​ຕໍ່​ຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກ, ມານະ​ພະຍາຍາມ​ສູ້​ຊົນ, ​ເຮັດ​ຫລ້ອນໜ້າ​ທີ່ ​ເຊິ່ງພັກ, ລັດ​ໄດ້​ມອບ​ໝາຍ​ໃຫ້​ໃນ​ສະພາບ​ການ​ໃໝ່. ຢູ່​ທີ່​ນີ້, ​ທ່ານ​ປະທານ​ປະ​ເທດ​ກໍ່​ໄດ້​ຮັບ​ຟັງ​ການ​ນຳ​ອຳນາດ​ການ​ປົກຄອງ​ເທດສະບານ​ເຈື່ອງ​ຊາ ​ແລະ ​ເກາະ​ນາມ​ອຽດ ທີ່​ຂຶ້ນ​ກັບ​ເມືອງ​ເກາະ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່. ທ່ານ​ປະທານ​ໄດ້​ຢື້​ຢາມ​ຖາມ​ຂ່າວ ​ແລະ ອວຍພອນທະຫານ, ປະຊາຊົນ​ເມືອງ​ເກາະ​ເຈື່ອງ​ຊາ​ຕ້ອນຮັບ​ບຸນປີ​ໃໝ່ ປີ​ມະ​ເສ​ງຢ່າງ​ເບິ​ກບານ​ມ່ວນ​ຊື່ນ ​ແລະ ມີ​ຄວາມສຸກ.

”ຕາງໜ້າ​ການ​ນຳ​ພັກ, ລັດ, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ພະນັກງານ, ນັກຮົບ​ ​ກໍ່​ຄື ປະຊາຊົນຢູ່​ເກາະ​ເຈື່ອງ​ຊາ ​ແລະ ​ເກາະ ນຽມ​ອຽດ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມຜາສຸກ ​ແລະ ມີ​ໄຊ. ທັງ​ປະ​ເທດ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ຫວັງ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ພໍ່​ແມ່​ປະຊາຊົນ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​​ເຂດ​ເກາະ, ຫວັງ​ວ່າ​ຊີວິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ນັບ​ມື້​ນັບ​ດີ​ຂຶ້ນ”.

 ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 4/2, ທ່ານ​ປະທານ​ປະ​ເທດ​ກໍ່​ໄດ້​ໄປ​ຢ້ຽມຢາມ​ກອງ​ທະຫານ​ພິ​ເສດ 1, ກອງ​ບັນຊາ​ການ​ທະຫານ​ພິ​ເສດ. ທ່ານ​ປະທານ​ໄດ້​ສະ​ເໜີ​ໃຫ້​ພະນັກງານ, ນັກຮົບ​ທີ່​ຮັບຜິດຊອບ​ໜ້າ​ທີ່​ພິ​ເສດ ຈົ່ງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ​ປະຕິວັດ, ສົມທົບ​ກັບ​ກຳລັງ​ຕ່າງໆ​ພ້ອມ​ແລ້ວ​ທີ່​ຈະ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ໃຫ້​ດີ.

ຂ່າວ/ບົດ​ອື່ນ