(vovworld) – ໂດຍຮັບຄຳເຊື້ອເຊີນຂອງພະລາຊີນີ Margrethe, ຕອນທ່ຽງວັນທີ 18/9 ຕາມເວລາທ້ອງຖີ່ນ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງ Copenhaghen. ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດແດນມາກໃນລະຫວ່າງວັນທີ 18-20/9. ພະລາຊີນີ Margrethe ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ ຈະເປີດແງ່ຫວັງຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ສະແດງຄວາມຂອບອົບຂອບໃຈພະລາຊີນີ Margrethe ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງສົມກຽດ ແລະ ຢືນຢັນວ່າ ການຢ້ຽມຢາມແດນມາກ ຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້ນຕົນເອງ, ຫັນການພົວພັນກັບສາກົນເປັນການພົວພັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບແດນມາກ ໃນນັ້ນສຸມໃສ່ການຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ເພື່ອແນໃສ່ນຳການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສະຖຽນລະພາບ ແລະ ການຮ່ວມມືພັດທະນາຂອງພາກພື້ນ ກໍ່ຄືຢູ່ໃນໂລກ.
ຕອນບ່າຍວັນທີ 19/9, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຈລະຈາກັບ ນາຍົກລັດຖະມົນຕີ ດານມາກ Helle Thorning Schmidt. ການນຳສອງທ່ານໄດ້ເຫັນດີຍົກການພົວພັນລະຫວ່າງສອງປະເທດຈາກຄູ່ຮ່ວມມືຍຸດທະສາດໃນບັນດາຂົງເຂດກາຍເປັນການພົວພັນຄູ່ຮ່ວມມືຮອບດ້ານ. ສອງຝ່າຍເຫັນດີກ້າວໄປເຖິງການສ້າງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ແດນມາກ, ສ້າງພື້ນຖານຊຸກຍູ້ການຮ່ວມມືສອງຝ່າຍພັດທະນາທັງລວງກວ້າງ ແລະ ລວງເລິກໃນໄລຍະຈະມາເຖິງໃນບັນດາຂົງເຂດບຸລິມະສິດ. ສອງຝ່າຍສະແດງຄວາມພຶງພໍໃຈກ່ຽວກັບບັນດາຄວາມຄືບຫນ້າໃນການພົວພັນດ້ານເສດຖະກິດ ການຄ້າ ການລົງທຶນໃນໄລຍະຜ່ານມາ ແລະ ເຫັນດີ ສົມທົບກັນຢ່າງແຫນ້ນແຟ້ນເພື່ອນຳການພົວພັນຮ່ວມມືໃນຂົງເຂດນີ້ໃຫ້ສົມກັບຄວາມສາມາດບົ່ມຂ້ອນຂອງສອງປະເທດ. ພາຍຫລັງສິ້ນສຸດການເຈລະຈາ, ການນຳສອງທ່ານໄດ້ພົບປະກັບນັກຂ່າວ ແລະ ພ້ອມກັນເປັນສັກຂິພິຍານພິທີລົງນາມໃນຖະແຫລງການກ່ຽວກັບຄູ່ຮ່ວມມືຮອບດ້ານຫວຽດນາມ ແດນມາກ, ສັນຍາແມ່ກ່ຽວກັບສິນເຊື່ອບຸລິມະສິດຂອງແດນມາກທີ່ມີຕໍ່ຫວຽດນາມ ເອກະສານ,ຂໍ້ຕົກລົງຮ່ວມມືສຳຄັນຈຳນວນຫນຶ່ງໃນບັນດາຂົງເຂດ.