ຕອນເຊົ້າວັນທີ 12/1, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ, ຫົວໜ້າຄະນະຊີ້ນຳປະຕິຮູບດ້ານຕຸລາການສູນກາງ ໄດ້ມີການເຮັດວຽກກັບຄະນະປະຈຳສະຫະພັນທະນາຍຄວາມຫວຽດນາມ. ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ຕີລາຄາສູງການປະກອບສ່ວນຂອງວົງການທະນາຄວາມຫວຽດນາມໃນການເຂົ້າຮ່ວມການສ້າງກົດໝາຍ, ປົກປັກຮັກສາຜົນປະໂຫຍດອັນສອບທຳຂອງລັດ ແລະພົນລະເມືອງ, ປະກອບສ່ວນເຂົ້າຜົນສຳເລັດລວມຂອງປະເທດຊາດ. ກ່ຽວກັບວິວັດແຫ່ງການປະຕິຮູບດ້ານຍຸຕິທຳ. ທ່ານປະທານປະເທດເວົ້າວ່າ
“ໃນຈຸດໝາຍອັນສູງສົ່ງທີ່ວ່າ ສ້າງລັດແຫ່ງອຳນາດນິຕິບັນຢັດສັງຄົມນິຍົມ, ເຊິ່ງແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ… ປົກປັກຮັກສາລະບອບຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກນັ້ນ, ຄວາມຕ້ອງການຫັນຊີວິດສັງຄົມໃນການເຄື່ອນໄຫວດຳເນີນຄະດີເປັນປະຊາທິປະໄຕນັບມື້ນັບເພີ່ມຂຶ້ນ. ຈຸດປະສົງສຸດທ້າຍແມ່ນຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບ”.