ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ ຢູ່​ລາວ ແລະ ກຳ​ປູ​ເຈຍ

(VOVWORLD) - ທ່ານ ປະທານປະເທດແຫ່ງ ສສ. ຫວຽດນາມ ໂຕເລິມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ ແລະ ລາຊະອານາຈັກ ກຳປູເຈຍ ໃນແຕ່ລະຫວ່າງວັນທີ 11 ກໍລະກົດ ຫາວັນທີ 13 ກໍລະກົດ 2024.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ ຢູ່​ລາວ  ແລະ ກຳ​ປູ​ເຈຍ - ảnh 1ທ່ານປະທານປະເທດແຫ່ງ ສສ. ຫວຽດນາມ ໂຕເລິມ (ພາບ: TTXVN)

ວັນທີ 08 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ມະຫາກະສັດ ກຳປູເຈຍ Preah Bat Samdech Preah Boromneath Norodom Sihamoni, ປະທານປະເທດແຫ່ງ ສສ. ຫວຽດນາມ ທ່ານໂຕເລິມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ ແລະ ລາຊະອານາຈັກ ກຳປູເຈຍ ໃນແຕ່ລະຫວ່າງວັນທີ 11 ກໍລະກົດ ຫາວັນທີ 13 ກໍລະກົດ 2024.

ຕອບກັບ

ຂ່າວ/ບົດ​ອື່ນ